ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິຄຳໄຊ ຕັ້ງເປົ້າ 31 ຫຼຽນ ໃນງານມະຫາກໍາກິລານັກຮຽນທົ່ວປະເທດ ຄັ້ງທີ 7

Nov 19, 2024

ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຕາງໜ້າໃຫ້ຄະນະຮັບຜິດຊອບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນຕອນບ່າຍວັນທີ 16 ພະຈິກ 2024 ຜ່ານມານີ້ໃຫ້ຮູ້ວ່າ: ງານມະຫາກໍາກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບ, ແຂວງບໍລິຄຳໄຊ ຈະສົ່ງນັກກິລາ ແລະ ຄະນະນຳເຂົ້າຮ່ວມທັງໝົດ 168 ຄົນ ໃນນັ້ນ, ຄະນະນຳ ແລະ ຄູຝຶກ 68 ຄົນ, ນັກກິລາ 100 ຄົນ, ຈະໃຊ້ງົບປະມານ 997 ລ້ານກວ່າກີບ.
ວາງຄາດໝາຍໃຫ້ໄດ້ 31 ຫຼຽນ ຄື: ຫຼຽນຄໍາ 10 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ 9 ຫຼຽນທອງ ໃນນີ້ກິລາທີ່ຈະສົ່ງເຂົ້າຮ່ວມແຂ່ງຂັນ 8 ປະເພດກິລາຄື: ບານເຕະຊາຍ, ແລ່ນ-ລານຍິງ-ຊາຍ, ໝາກເສິກຍິງ-ຊາຍ, ເປຕັງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ໜ້າເກັກຍິງ-ຊາຍ, ເທັກຄວັນໂດຍິງ-ຊາຍ ແລະ ກິລາດອກປີກໄກ່-ຍິງ-ຊາຍ.
ສຳລັບຜົນງານແຂ່ງຂັນຄັ້ງທີ 6 ຜ່ານມາ ສາມາດຍາດໄດ້ອັນດັບທີ 3 ຂອງປະ ເທດ. ມາຮອດປະຈຸບັນບັນດາໜ້າວຽກທີ່ປິ່ນອ້ອມມີຄວາມພ້ອມຫຼາຍດ້ານ ພ້ອມນີ້ທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກອົງການຈັດຕັ້ງສັງຄົມ ຈົ່ງຊ່ວຍປະກອບສ່ວນວັດຖຸຊຸກຍູ້ນັກກິລາ ເພື່ອສ້າງກຳລັງໃຈເຮັດໃຫ້ງານກິລາດັ່ງກ່າວສຳເລັດຕາມເປົ້າໝາຍທີ່ຄາດຫວັງໄວ້.
ຂ່າວ-ພາບ: ຄຳຟອງ
May be an image of 1 person, dais and text