ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພາສີລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 25 ຕຸລາ 2024 ນີ້ ຢູ່ໂຮງແຮມຊີບີດສ໊ ເມືອງເກິ່ມຊຽນ ແຂວງຮ່າຕິ່ງ, ຝ່າຍແຂວງຮ່າຕິ່ງນຳໂດຍ ທ່ານ ບຸຍ ແທັງຊານ ຫົວໜ້າກົມພາສີແຂວງຮ່າຕິ່ງ ແລະ ຝ່າຍແຂວງບໍລິຄໍາໄຊ ນຳໂດຍທ່ານ ສ້ອຍ ວົງພະຈັນ ຫົວໜ້າພາສີປະຈໍາແຂວງບໍລິຄໍາໄຊ ພ້ອມດ້ວຍເຈົ້າໜ້າທີ່ພາສີທັງສອງຝ່າຍເຂົ້າຮ່ວມ.
ສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານວິຊາສະ ເພາະຂອງແຕ່ລະຝ່າຍໃຫ້ກັນຊາບ ກໍຄືຜົນການຈັດຕັ້ງປະຕິບັດການຮ່ວມມືຂອງເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນນໍ້າພາວ-ເກົ່າແຈ່ວ, ບັນດາຂໍ້ຫຍຸ້ງຍາກ, ບົດ ຮຽນທີ່ຖອດຖອນໄດ້.
ກອງປະຊຸມ ໄດ້ຕົກລົງເຫັນດີກຳນົດທິດທາງແຜນການຮວ່ມມືໃນຕໍ່ໜ້າຄື: ສືບຕໍ່ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງບໍລິຫານລັດ ກ່ຽວ ກັບວຽກງານພາສີ ຕາມກົດໝາຍຂອງແຕ່ລະປະເທດ ແລະ ຜັນຂະຫຍາຍບັນດາເນື້ອໃນທີ່ກ່ຽວຂ້ອງ ທີ່ໄດ້ກຳນົດໄວ້ໃນສົນທິສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍ ແດນ, ສົນທິສັນຍາວ່າດ້ວຍການຄ້າລາວ-ຫວຽດນາມ; ບົດບັນທຶກການຮ່ວມມືຂອງຄະນະຜູ້ແທນຂັ້ນສູງສອງແຂວງບໍລິຄໍາໄຊ-ຮ່າຕິ່ງ; ສືບຕໍ່ສະໜອງຂໍ້ມູນຂ່າວສານໃຫ້ກັນ ແລະ ກັນ ກ່ຽວກັບບັນດານະໂຍບາຍ, ລະບຽບການອັນໃໝ່ ທີ່ກ່ຽວຂ້ອງກັບການຄຸ້ມຄອງບໍລິຫານລັດ ໃນວຽກງານພາສີຂອງແຕ່ລະປະເທດ ແລະ ເຜີຍແຜ່ໃຫ້ປະຊາ ຊົນທີ່ດຳລົງຊີວິດຕາມບໍລິເວນຊາຍແດນ ໃຫ້ເຂົ້າໃຈ ແລະ ປະຕິບັດຕາມລະບຽບກົດໝາຍ; ສືບຕໍ່ຊຸກຍູ້ປັບປຸງວຽກງານບໍລິການ ໃນຂົງເຂດວຽກງານພາສີ, ອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ, ຫົວໜ່ວຍທຸລະກິດໃນການຈັດຕັ້ງປະຕິບັດລະບຽບການ, ຂັ້ນຕອນການແຈ້ງເອກະສານດ້ານພາສີ, ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ພາຫະນະເຂົ້າ-ອອກເມືອງ ຜ່ານດ່ານສາກົນໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງແຕ່ລະປະເທດ ແລະ ຮ່ວມກັນປະສານສົມທົບແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ; ສືບຕໍ່ເພີ່ມທະວີການຮ່ວມມືຊ່ວຍເຫຼືອກວດກາ, ສືບສວນໃນຂົງເຂດວຽກງານ, ສະກັດກັ້ນ ແລະ ຕ້ານການລັກລອບຄ້າຂາຍເຖື່ອນ, ການສໍ້ໂກງດ້ານການຄ້າ, ການຂົນສົ່ງສິນຄ້າຜິດກົດໝາຍ ແລະ ການຂົນສົ່ງຢາເສບຕິດຜ່ານການຟອກເງິນ, ການຕ້ານການສະໜອງທຶນເຂົ້າໃນຂະບວນການກໍ່ການຮ້າຍ ແລະ ສິນຄ້າຕ້ອງຫ້າມ, ປະສານສົມທົບສະໜອງຂໍ້ມູນໃຫ້ກັນ ແລະ ກັນ ກ່ຽວກັບລາຍ ການສິນຄ້າທີ່ມີລັກສະນະລະເມີດລະບຽບກົດໝາຍ ທີ່ມີການຮຽກຮ້ອງຂອງອີກຝ່າຍ; ນະໂຍບາຍໃນການຈັດສັນ, ຊັບຊ້ອນພະນັກງານທີ່ມາປະຈຳການຢູ່ດ່ານຊາຍແດນ ຮັບປະກັນຄວາມຕ້ອງການດ້ານວິຊາສະເພາະ, ພາສາຕ່າງປະເທດ, ເປັນຕົ້ນແມ່ນ: ພາສາລາວ, ພາສາຫວຽດນາມ ແລະ ພາສາອັງກິດ; ນໍາສະເໜີຂັ້ນເທີງເພື່ອຂໍບູລິມະສິດໃນການຍົກລະດັບພື້ນຖານໂຄງລ່າງດ້ານເສັ້ນທາງຄົມມະນາຄົມເຊື່ອມຈອດດ່ານພາສີສາກົນນໍ້າພາວ-ດ່ານພາສີສາກົນເກົ່າແຈ່ວ; ສ້າງເຂດຮວ່ມມືເສດຖະກິດຊາຍ ແດນ ຮ່າຕິ່ງ-ບໍລິຄຳໄຊ.
ສອງຝ່າຍ ເຫັນດີເປັນເອກະພາບພັດປ່ຽນກັນຈັດກອງປະຊຸມພົບປະ ແລກປ່ຽນບົດຮຽນປະຈໍາປີ ແລະ 6 ເດືອນຕໍ່ຄັ້ງ.
ຂ່າວ-ພາບ: ສາຍສະໝອນ




