ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິຄໍາໄຊ ຂະຫຍາຍຕາຂ່າຍໄຟຟ້າກວມທຸກບ້ານແລ້ວ

Jun 22, 2024

ບໍລິຄໍາໄຊ ຂະຫຍາຍຕາຂ່າຍໄຟຟ້າກວມທຸກບ້ານແລ້ວ
ການຂະຫຍາຍຕາຂ່າຍລະບົບໄຟຟ້າ ອອກສູ່ຊົນນະບົດເຂດຫ່າງໄກສອກຫລີກ ຂອງແຂວງບໍລິຄຳໄຊ ສາມາດຕອບສະໜອງການບໍລິການໄຟຟ້າ ໃຫ້ເມືອງໄດ້ 100%, ບ້ານໄດ້ 100%, ຈໍານວນຄອບຄົວໄດ້ໃຊ້ໄຟທັງໝົດ 59.221 ຄົວເຮືອນ ເທົ່າ 99.3%, ປັດຈຸບັນລະບົບຕາຂ່າຍໄຟຟ້າ 22 ກິໂລໂວນຂະຫຍາຍໄດ້ 1.859 ກິໂລແມັດ, ຕາຂ່າຍ 0.4 ກິໂລໂວນໄດ້ 1.145 ກິໂລແມັດ ແລະ ໝໍ້ແປງໄຟຟ້າໄດ້ 1.731 ໜ່ວຍ.
ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ລາຍງານ ໃນໂອກາດທີ່ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມແຂວງບໍລິຄຳໄຊ ໃນວັນທີ 17 ມິຖຸນາ 2024 ຜ່ານມາວ່າ: ການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ, ແຂວງບໍລິຄຳໄຊ ສາມາດຄຸ້ມຄອງບໍລິສັດທີ່ດໍາເນີນກິດຈະການໄຟຟ້າ ແລະ ຢອດສານມາກເກີໄດ້ອອກໃບອະນຸຍາດທັງໝົດ 38 ບໍລິສັດ ໃນນີ້, ແບ່ງເປັນປະຕັງຊັ້ນ 2 ມີ 13 ບໍລິສັດ, ປະຕັງຊັ້ນ 3 ມີ 17 ບໍລິສັດ, ບໍລິສັດທີ່ດໍາເນີນກິດຈະການສະເພາະ ມີ 8 ບໍລິສັດ, ພາຍໃນ 6 ເດືອນຕົ້ນປີ 2024 ສາມາດຕໍ່ໃບອະນຸຍາດ ສໍາເລັດ 6 ຫົວໜ່ວຍ. ການຢອດສານມາກເກີຢູ່ດ່ານສາກົນປາກຊັນ ແລະ ດ່ານສາກົນນໍ້າພາວ ມີລົດບັນທຸກນ້ຳມັນເຂົ້າຜ່ານດ່ານທັງໝົດ 643 ຄັນ, ບໍລິມາດລວມ 27 ລ້ານກວ່າລິດ ໃນນີ້, ນ້ໍ້າມັນກາຊວນ 630 ຄັນ ບໍລິມາດ 26,4 ລ້ານກວ່າລິດ, ນໍ້າມັນແອັດຊັງທໍາມະດາ 13 ຄັນ ບໍລິມາດ 589.000 ລິດ ແລະ ນໍາໃຊ້ສານມາກເກີຢອດໃສ່ນໍ້າມັນທັງໝົດ 1,07 ລ້ານກຣາມ ລວມມູນຄ່າ 2,43 ຕື້ກີບ ຕິດຕາມໂຄງການທີ່ໄດ້ເຊັນ MOU, PDA ແລະ ໂຄງການພະລັງງານທົດແທນ ເຊິ່ງປັດຈຸບັນພວມເລັ່ງໃສ່ໂຄງການໄຟຟ້າພະລັງງານລົມເຈືອງເຊີນ ຂອງບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ຄາດຄະເນກໍາລັງຕິດຕັ້ງ 600 ເມກາວັດ ການນໍາໃຊ້ທຶນພັດທະນາຊຸມຊົນພາຍໃນແຂວງ ໄດ້ປະຕິບັດການນໍາໃຊ້ທຶນພັດທະນາຊຸມຊົນ ທີ່ໄດ້ລະບຸໃນສັນຍາສໍາປະທານໂຄງການມີ 3 ໂຄງການຄື: ໂຄງການເຂື່ອນໄຟຟ້ານໍ້າເທີນ 1, ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ໂຄງການເຂື່ອນໄຟຟ້ານໍ້າມັງ 1 ເຊິ່ງການນໍາໃຊ້ທຶນດັ່ງກ່າວ ອໍານາດການປົກຄອງແຂວງໄດ້ແຕ່ງ ຕັ້ງຄະນະກໍາມະການ ເພື່ອເຮັດວຽກຮ່ວມກັບແຕ່ລະບໍລິສັດ ເຊິ່ງໃນ 6 ເດືອນຕົ້ນປີສາມາດຈັດຕັ້ງປະຕິບັດການຊໍາລະຈໍານວນ 5 ກິດຈະກໍາ ລວມມູນຄ່າການຊໍາລະ 7,21 ຕື້ກີບ ຍັງຄ້າງຊໍາລະໃຫ້ຜູ້ຮັບເໝົາຕາມສັນຍາກໍ່ສ້າງ 30,87 ຕື້ກີບ.
ຜ່ານການຈັດຕັ້ງປະຕິບັດມາຖືວ່າເປັນແຫລ່ງທຶນໜຶ່ງທີ່ມີ
ຄວາມສໍາຄັນໃນການຊ່ວຍເຮັດໃຫ້ພື້ນຖານໂຄງລ່າງບ້ານ, ເມືອງ ແລະ ແຂວງ ມີການພັດທະນາທີ່ດີຂຶ້ນ; ການຜະລິດ (ຊື້) ແລະ ຈໍາໜ່າຍກະແສໄຟຟ້າປະຈໍາ 6 ເດືອນຕົ້ນປີ 2024 ການຜະລິດ ( ຊື້ ) ກະແສໄຟຟ້າຮັບໃຊ້ພາຍໃນແຂວງ ປະຕິບັດໄດ້ 125.668 ລ້ານກິໂລວັດໂມງ ເທົ່າກັບ 69,87 ຕື້ກີບ, ສົມທຽບໃສ່ແຜນປີ 56%, ການຈໍາໜາຍກະແສໄຟຟ້າໃຫ້ລູກຄ້າ ປະຕິບັດໄດ້ 113,34 ລ້ານກິໂລວັດໂມງ ເທົ່າກັບ 70,04 ຕື້ກີບ, ສົມທຽບໃສ່ແຜນປີ 59%.