ໃນຕອນເຊົ້າຂອງວັນທີ 3 ທັນວານີ້, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນ ກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ແລະ ຄະນະ ໄດ້ຮ່ວມສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ຢູ່ທີ່ແຂວງບໍລິຄໍາໄຊ, ຊຶ່ງໄດ້ເລີ່ມແຕ່ເວລາ 6:30 ໂມງ ໄດ້ເຂົ້າຮ່ວມວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສອນສະຖານນັກຮົບນິລະນາມ, ອະນຸສອນສະຖານ ທ່ານ ສີສົມພອນ ລໍວັນໄຊ ແລະ ອະນຸສາວະລີ ປະທານ ໄກ ສອນ ພົມວິຫານ, ຮອດເວລາ 8,30 ໂມງ ໄດ້ຮ່ວມຟັງປາຖະກາຖາ ໂດຍ ສະຫາຍ ວົງສີທອງ ສີອິນທິປັນຍາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ເພື່ອຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງຊາດລາວ ແລະ ເຫັນໄດ້ຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືແຂວງບໍລິຄຳໄຊ, ຮັບຮູ້-ເຂົ້າໃຈເຖິງຄຸນງາມຄວາມດີອັນປະເສີດເລີດລໍ້າຂອງ ປະທານ ໄກສອນ ພົມ ວິຫານ ວິລະບູລຸດຂອງຊາດລາວ, ມີການນໍາຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ 288 ທ່ານ, ຍິງ 87 ທ່ານ.
ຂ່າວ: ສໍສີເພັດ




