ເມື່ອບໍ່ດົນມານີ້, ການນໍາແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່ເນື້ອໃນສໍາຄັນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ສະບັບປີ 2024-2028, ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມ ມືທີ່ດີ) ຊຶ່ງເຜີຍແຜ່ເອກະສານໂດຍ ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ.
ທ່ານ ເຈົ້າແຂວງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງເນື້ອໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ (ທ້າຍປີ 2012), ສະຫາຍ ສີ ຈິ້ນຜິງ ໄດ້ສະເໜີກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໃນເວທີພາຍໃນ ແລະ ຕ່າງປະເທດຫຼາຍຄັ້ງ, ໄດ້ນໍາເອົານິຍາມດັ່ງກ່າວລະບຸໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ (ທ້າຍ ປີ 2017) ແລະ ລະບຸເຂົ້າໃນລັດຖະທໍາມະນູນຂອງ ສປ ຈີນ ສະບັບປັບປຸງປີ 2018 ຢ່າງເປັນທາງການ. ຫຼັງຈາກນັ້ນ ເປັນຕົ້ນມາຝ່າຍຈີນໄດ້ສະເໜີຄວາມ ມຸ່ງຫວັງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນເວທີສາກົນ, ການສ້າງຄູ່ຮ່ວມຊາຕາກຳ ລະຫວ່າງ ລັດກັບລັດ ແລະ ການສ້າງຄູ່ຮ່ວມຊາຕາກຳໃນພາກພື້ນຕ່າງໆ, ນັບແຕ່ປີ 2019 ເປັນຕົ້ນມາ, ຈີນ ໄດ້ລົງນາມເອກະສານໃນການສ້າງຄູ່ຮ່ວມຊາຕາກຳກັບຫຼາຍສິບປະເທດແລ້ວ ເປັນຕົ້ນແມ່ນກັບປາກິດສະຖານ, ສປປລາວ, ກຳປູເຈຍ, ມຽນມາ, ໄທ, ບັນດາປະເທດໃນອາຊີຕາເວັນອອກກາງ ແລະ ອາຟຣິກາ.
ລາວ-ຈີນແມ່ນສອງປະເທດທີ່ມີລະບອບການເມືອງທີ່ຄ້າຍຄືກັນ, ເປັນປະເທດທີ່ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ ສາຍນໍ້າ ຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມ ມາແຕ່ບູຮານນະການ, ພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດຈີນໄດ້ມີການພົວພັນກັນມາແຕ່ປີ 1959 ແລະ ສອງລັດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1961.




