ບໍລິຄໍາໄຊ-ເຫງະອານ ແລກປຽ່ນບົດຮຽນການຮ່ວມມືອະນຸລັກຊີວະນາໆພັນ

ວັນທີ 23 ຕຸລາ 2024 ຢູ່ຫ້ອງປະຊຸມຂະແໜງປ່າໄມ້ ໄດ້ຈັດກອງປະຊຸມພົບປະແລກປຽ່ນບົດຮຽນ ແລະ ລົງນາມຂໍ້ຕົກ ລົງການຮ່ວມມື ການອະນຸລັກຊີວະນາໆພັນລຽບຕາມຊາຍແດນ ລະຫວ່າງພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ສປປ ລາວ ຮ່ວມກັບ ສວນອຸທິຍານແຫ່ງຊາດພູມັດ ແຂວງເຫງະອານ ສສ ຫວຽດນາມ, ຝ່າຍແຂວງບໍລິຄໍາໄຊນໍາໂດຍທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຝ່າຍແຂວງເຫງະອ່ານນໍາໂດຍທ່ານ ເລແອັງຕວນ ຫົວໜ້າສວນອຸທິຍານແຫ່ງຊາດພູມັດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ເພື່ອເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ແຜນຍຸດທະສາດການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທັງເປັນການປະກອບສວ່ນເຂົ້າໃນຂະບວນການລວມ ຂອງການສະເຫຼີມສະຫຼອງປິສາມັກຄີມິດຕະ ພາບລາວ-ຫວຽດນາມ ປີ 2024 ໃຫ້ເປັນຂະບວນຝົດຟື້ນ ແນໃສ່ປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບອັນຍິ່ງໃຫ່ຍ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງແຂວງບໍລິຄໍາໄຊ ແລະ ແຂວງເຫງະອ່ານ ກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ກັບ ສວນອຸທິຍານແຫ່ງຊາດພູມັດ ເພື່ອໃຫ້ທັງສອງແຂວງເປັນເອກະພາບຮ່ວມມືກັນ ໃນການປົກປັກຮັກສາ ແລະ ເພີ່ມຄວາມອຸດົມສົມບູນຂອງຊິວະນາໆພັນ ໃຫ້ບັນລຸນະໂຍບາຍບໍ່ໃຫ້ມີການສູນເສຍດ້ານຊິວະນາໆພັນຈາກການສ້າງເຂື່ອນ ອໍານວຍຄວາມສະດວກການປະສານງານ ລະຫວ່າງຄູ່ຮວ່ມງານຕ່າງໆກັບຊຸມຊົນທ້ອງຖິ່ນ ໃຫ້ສາມາດເຮັດວຽກຮ່ວມກັນໄດ້.
ຂະນະດຽວກັນ ກໍດໍາເນີນກິດຈະກໍາ ເພື່ອລຸດຜ່ອນໄພຂົມຂູ່ຕໍ່ຊິວະນາໆພັນ ໃນເຂດນໍ້າຈວນ-ນໍ້າຊັ່ງ ພ້ອມນີ້ຄະນະຜູ້ແທນທັງສອງແຂວງ ຍັງໄດ້ຖອດຖອນບົດຮຽນຮ່ວມກັນ ແລະ ຮ່ວມ ກັນລົງນາມຂໍ້ຕົກລົງຮ່ວມມືອະນຸລັກຊີວະນາໆພັນ ລຽບຕາມຊາຍແດນ ລະຫວ່າງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ກັບສວນອຸທິຍານແຫ່ງຊາດພູມັດ ແຂວງເຫງະອ່ານ, ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ເຊັນໂດຍທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຕາງໜ້າແຂວງເຫງະອານເຊັນໂດຍທ່ານ ເລແອັງຕວນ ຫົວໜ້າສວນອຸທິຍານແຫ່ງຊາດພູມັດ ໂດຍຊ່ອງໜ້າຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມ. ຈາກນັ້ນຄະນະຜູ້ແທນທັງສອງແຂວງ ຍັງໄດ້ໄປເບີ່ງສ່ວນກາເບ້ຍໄມ້ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ຢູ່ບ້ານທົ່ງຄ່າ ເມືອງບໍລິຄັນ ໂດຍແມ່ນບໍລິສັດສ່ວນບຸກຄົນ ເປັນຜູ້ເຊົ່າ ແລະ ກ້າເບ້ຍໄມ້ໄຜ່ສ້າງມົນຂາຍ ໃຫ້ກັບປະຊາຊົນປູກ ແລະ ເກັບຊື້ໄມ້ຈາກປະຊາຊົນຄືນ ເພື່ອເຜົ່າເປັນຖ່ານ ແລະ ສົ່ງຂາຍໄປຕ່າງປະເທດ.
ຂ່າວ-ພາບ: ວຽງສະຫວັນ



