ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດທາງລົດໄຟລາວ-ຈີນຢ້ຽມຢາມໃຫ້ກຳລັງໃຈ ແກ່​ພະນັກງານທີ່ສະຖານີບໍ່ເຕ່ນ

Sep 12, 2024

ຕອນເຊົ້າ​ວັນທີ​ 11​ ກັນຍາ​ 2024,​ ທ່ານ​ ຢວນ​ ​ຫມິງຫາວ ຮອງຜູ້ອໍານວຍການໃຫຍ່ບໍລິສັດລົດໄຟລາວ-ຈີນ​ ​ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມສະຖານີລົດໄຟບໍ່ເຕ່ນ ແລະ​ ​ມອບເຄື່ອງອຸປະ ໂພກ,​ ບໍລິໂພກທີ່ຈໍາເປັນໃຫ້ພະນັກງານຈຸລົດໄຟ,​ ຕໍາຫລວດ,​ ດ່ານພາສີ,​ ພະນັກງານບໍາລຸງຮັກສາທາງລົດໄຟ ແລະ​ ພາກສ່ວນທີ່ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ​ ເພື່ອໃຫ້ກຳລັງໃຈແກ່ພະ ນັກງານມີຄວາມອຸ່ນອ່ຽນໃນການປະຕິບັດຫນ້າທີ່​ ເຝົ້າຮັກສາຄວາມປອດໄພໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ.​
ຫລາຍມື້ຜ່ານມາ,​ ພາຍຸຢາກິໄດ້ເຮັດໃຫ້ຝົນຕົກແຮງ ແລະ​ ເກີດນໍ້າຖ້ວມຢູ່ຫລາຍບ່ອນຂອງແຂວງຫລວງນໍ້າທາ,​ ​ສ່ວນສະຖານີບໍ່ເຕ່ນກໍເກີດມີສະພາບຂາດໄຟຟ້ານໍ້າປະປາ ແລະ​ ສັນ ຍານອິນເຕີເນັດຈົນມາຮອດເວລາທີ່ລາຍງານຂ່າວ.
ປະຈຸບັນ,​ ຢູ່ດ່ານຊາຍແດນທາງບົກລາວ-ຈີນ​ ໄດ້ບົກແຫ້ງລົງແລ້ວ ແລະ​ ສາມາດເຂົ້າ-ອອກດ່ານໄດ້ປົກກະຕິ.
ທີ່ມາ: CMG FM93