ວັນທີ 9 ມັງກອນ 2025 ບໍລິສັດ ຢາງພາລາ ຫວຽດ-ລາວ ຈຳກັດ ມອບເງີນຈຳນວນ 100 ລ້ານກີບໃຫ້ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງພື້ນ ຖານໂຄງລ່າງຂອງເມືອງ ທັງເປັນການກະກຽມກອງປະຊຸມໃຫ່ຍຄັ້ງທີIX ຂອງຄະນະບໍລິຫານງານພັກເມືອງ.
ໃຫ້ກຽດຮັບໂດຍ ທ່ານ ສີວິໄລ ວົງພະຈັນ ຮອງເຈົ້າເມືອງບາຈຽງຈະເລີນສຸກ ພ້ອມທ່ານ ຄຳສອນ ສີດາວົງ ຫົວໜ້າຫ້ອງວ່າການເມືອງ ແລະ ທ່ານ ບຸນທົງ ລັດຕະວົງ ຫົວໜ້າຫ້ອງການອຸດສະຫະກຳ-ການຄ້າເມືອງ ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ ບໍລິສັດ ຢາງພາລາ ຫວຽດ-ລາວ ຈຳກັດ ອີກດ້ວຍ.
ຂ່າວ-ພາບ: ນາງ ວຽງອຳໄພ ນັກຂ່າວເມືອງ





