ບໍລິສັດ ລາວເວີນ ຈຳກັດ (ລາວ-ໄອເຕັກ) ມອບເງິນຊຸກຍູ້ 300 ລ້ານກີບ ແລະ ນໍ້າດື່ມ 100 ແພັກ ໃຫ້ອະນຸກໍາມະການຈັດງານບຸນນະມັດສະການພະທາດຫຼວງ ປະຈຳ ປີ 2024.
ພິທີມອບເງິນຊຸກຍູ້ ແລະ ນໍ້າດື່ມຈໍານວນດັ່ງກ່າວ ຈັດຂຶ້ນໃນວັນທີ 29 ຕຸລາ 2024 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ມອບໂດຍ ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອຳນວຍການໃຫຍ່ ຝ່າຍການຄ້າ ພ້ອມຄະນະບໍລິຫານ ບໍລິສັດ ລາວເວີນ ຈຳກັດ ແລະ ຮັບໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ພ້ອມກັນນັ້ນ ທາງບໍລິສັດ ລາວເວີນ ຈຳກັດ ຫຼື ລາວ-ໄອເຕັກ ກໍ່ໄດ້ກ່າວ ສະແດງຄວາມຮູ້ບຸນຄຸນຕໍ່ການນໍາ ພັກ-ລັດ ພ້ອມດ້ວຍຄະນະຈັດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2024 ທີ່ໄດ້ແນມເຫັນເຖິງຄວາມພ້ອມ ທາງດ້ານສະຖານທີ່ ຄວາມປອດໄພຮອບດ້ານ ການບໍລິການ ສິ່ງອໍານວຍຄວາມສະດວກ ຂອງສູນວາງສະແດງສິນຄ້າແລະ ສູນການຄ້າ ໄອເຕັກ ໃຫ້ມີສ່ວນຮ່ວມໃນການຈັດງານວາງສະແດງ ແລະ ຂາຍສິນຄ້າ ໃນງານບຸນ ນະມັດສະການພະທາດຫຼວງ ທີ່ ລາວ-ໄອເຕັກ ໃນວັນທີ 9-17 ພະຈິກ 2024 (ທັງໝົດ 9 ວັນ).
ໃນທ້າຍພິທີ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ ໃຫ້ທິດຊີ້ນຳ ກ່ຽວກັບການ ກຽມຄວາມພ້ອມ ການຈັດງານ ໃຫ້ເບິ່ງເລື່ອງຮັກສາຄວາມປອດໄພ ການຈັດສັນບ່ອນຈອດລົດ, ການລະບາຍການສັນຈອນເຂົ້າ-ອອກ ແລະ ວຽກງານ ອື່ນໆທີ່ຕິດພັນໃຫ້ປະຕິບັດຕາມລະບຽບຂອງຄະນະຈັດງານວາງອອກຢ່າງເຄັ່ງຂັດ.
ທີ່ມາ: ວຽງຈັນໃໝ່



