ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດລົດໄຟລາວ-ຈີນ, ອອກແຈ້ງການກ່ຽວກັບການເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນວັນທີ 24-26 ມີຖຸນາ 2022.

Jun 23, 2022

ເຖິງຜູ້ໂດຍສານທຸກທ່ານ:
ບໍລິສັດລົດໄຟລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວລາວ, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນ ຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 24-26 ມີຖຸນາ 2022, ລາຍລະອຽດມີດັ່ງນີ້:
ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 8:30 ແລະ ຮອດສະຖານີຫຼວງພະບາງ ເວລາ 12:55 ໂມງ;
ລົດໄຟຖ້ຽວ C91 ອອກຈາກຫຼວງພະບາງ ເວລາ 10:50 ແລະ ຮອດສະຖານີນະຄອນຫຼວງວຽງຈັນມາຮອດ 12:5 ໂມງ.
ຂໍຂອບໃຈທີ່ທ່ານນຳໃຊ້ບໍລິການລົດໄຟລາວ-ຈີນ
No photo description available.