ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດສາຍສົ່ງໄຟຟ້າຊາຍແດນ ລາວ-ກຳປູເຈຍ ມອບເງິນສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ

Dec 23, 2024

ໃນວັນທີ 23 ທັນວາ 2024 ນີ້, ບໍລິສັດສາຍສົ່ງໄຟຟ້າຊາຍແດນ ລາວ-ກຳປູເຈຍ ຈຳກັດ ໄດ້ມອບເງິນ ຈຳນວນ 1 ຕື້ກີບ ໃຫ້ລັດຖະບານລາວ ເພື່ອສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ, ຕາງໜ້າມອບໂດຍ ທ່ານ ຫວັງ ຊຽນຈູນ (WANG XIANJUN) ປະທານບໍລິສັດ ສາຍສົ່ງໄຟຟ້າ ຊາຍແດນ ລາວ-ກໍາປູເຈຍ ຈໍາກັດ ແລະ ຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດສາຍສົ່ງໄຟຟ້າຊາຍແດນ ລາວ-ກຳປູເຈຍ ທີ່ໄດ້ນຳເອົາເງິນຈຳນວນດັ່ງກ່າວ, ມາມອບໃຫ້ແກ່ລັດຖະບານລາວ ເພື່ອສ້າງກອງທຶນຜະລິດສິນຄ້າ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການຜະລິດເປັນສິນຄ້າ ຂອງ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິິດ-ສັງຄົມ ຢູ່ ສປປ ລາວ ໃຫ້ບໍລິສັດ ຮັບຊາບ, ພ້ອມທັງສະເໜີໃຫ້ບໍລິສັດ ດັ່ງກ່າວ, ສຶກສາຄວາມເປັນໄປໄດ້ ໃນການພັດທະນາພະລັງງານໄຟຟ້າ ແສງອາທິດ ຢູ່ພື້ນທີ່ທີ່ເໝາະສົມ ຢູ່ ສປປ ລາວ ຕື່ມອີກ.
ທ່ານ ຫວັງ ຊຽນຈູນ ກໍໄດ້ສະແດງຄວາມພາກພູມໃຈ ແລະ ເຕັມໃຈ ທີ່ໄດ້ປະກອບສ່ວນທຶນຮອນຊ່ວຍເຫລືອແກ່ ລັດຖະບານລາວ ໃນຄັ້ງນີ້, ແນໃສ່ຟື້ນຟູ ການພັດທະນາເສດຖະກິດ ແລະ ການຜະລິດ ຂອງ ສປປ ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ພ້ອມທັງ ແຈ້ງສະພາບການເຄື່ອນໄຫວ ດຳເນີນທຸລະກິດ ຂອງບໍລິສັດ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ.
ທີ່ມາ: ຂປລ
May be an image of 10 people and text