ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດເບຍລາວຈຳກັດ ພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍ ເຫຼືອປະຊາຊົນລາວໂດຍ ການຈ່າຍພາສີ, ການສົ່ງອອກ ແລະ ວຽກງານກິດຈະກຳເພື່ອສັງຄົມຕ່າງໆ

Jan 23, 2025

ບໍລິສັດເບຍລາວຈຳກັດ ພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍ ເຫຼືອປະຊາຊົນລາວໂດຍ ການຈ່າຍພາສີ, ການສົ່ງອອກ ແລະ ວຽກງານກິດຈະກຳເພື່ອສັງຄົມຕ່າງໆ
ໃນວັນທີ 20 ມັງກອນ 2025, ບໍລິສັດເບຍລາວຈຳກັດ (ເບຍລາວ), ຊຶ່ງເປັນຜູ້ນຳດ້ານທຸລະກິດໃນລາວຕັ້ງແຕ່ປີ 1973, ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນກິດຈະກຳຕ່າງໆຂອງພາກລັດໂດຍຜ່ານການປະກອບສ່ວນໃນຖານະເປັນຜູ້ເສຍພາສີລາຍໃຫຍ່ທີ່ສຸດຂອງ ສປປ ລາວ. ໃນປີ 2024, ບໍລິສັດເບຍລາວໄດ້ເສຍພາສີເຂົ້າລັດເປັນຈຳນວນເງິນຫຼາຍກວ່າ 5,1 ພັນຕື້ກີບ (240 ລ້ານ ໂດລາສະຫາລັດ) ເພີ່ມຂຶ້ນຫຼາຍກວ່າ 32% ເມື່ອທຽບກັບປີ 2023. “ໃນຖານະທີ່ເປັນບໍລິສັດ ທີ່ມີເອກະລັກສະ ເພາະທີ່ຕິດພັນຢ່າງແໜ້ນແຟ້ນກັບຊາດລາວ, ບໍລິສັດເບຍລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ທີ່ຈະສະໜັບສະໜູນການພັດທະນາ ແລະ ເຕີບໂຕ ຂອງຊາດ ໂດຍການຈ່າຍຄ່າພາສີທັງໝົດຂອງພວກເຮົາ, ໃນຖານະທີ່ເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດ ຊອບ ຕໍ່ເສດຖະກິດ ແລະ ສັງຄົມໂດຍລວມ. ການຈ່າຍພາສີທີ່ຫຼາຍກວ່າ 5,1 ພັນຕື້ ເຂົ້າລັດຖະບານ ຖືວ່າເປັນການປະກອບສ່ວນສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ສະຫວັດດີການຊີວິດການເປັນຢູ່ຂອງປະຊາ ຊົນລາວຢ່າງແທ້ຈິງ” ກ່າວໂດຍ ທ່ານ ເຮັນຣິກ ຈູລ ແອນເດິເຊັນ ຜູ້ອຳນວຍການບໍລິສັດເບຍລາວ.
ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວ ກ່າວອີກວ່າ: ການເກັບພາສີອາດຈະໄດ້ຫຼາຍຂຶ້ນກວ່ານີ້ ຖ້າວ່າບໍ່ມີການລັກລອບນຳເຂົ້າເບຍທີ່ຜິດກົດໝາຍ ເຂົ້າມາໃນ ສປປ ລາວ ຈາກປະເທດໃກ້ຄຽງ. “ພວກເຮົາໄດ້ເຫັນການເພີ່ມ ຂຶ້ນຂອງການລັກລອບນຳເຂົ້າຜະລິດຕະພັນເຄື່ອງດື່ມ ເຊັ່ນ: ເບຍ ຈາກປະເທດອື່ນ ໃນປະລິມານຫຼວງຫຼາຍຢ່າງໜ້າກັງວົນ ເພື່ອຫຼິກ ລ້ຽງການເສຍພາສີ”. ສິ່ງເຫຼົ່ານີ້ ໄດ້ສົ່ງຜົນເສຍຕໍ່ການເກັບລາຍຮັບພາສີເຂົ້າລັດຖະບານ ແລະ ກະທົບຄວາມອາດສາມາດໃນການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການກະທຳທີ່ຜິດກົດ ໝາຍນີ້ສົ່ງຜົນເສຍຕໍ່ເສດຖະກິດທ້ອງຖິ່ນຕະຫຼອດຮອດຕ່ອງໂສ້ອຸດສາຫະກຳ ຕັ້ງແຕ່ຊາວນາໄປຮອດຜູ້ຜະລິດ, ໂຮງຈັກໂຮງງານ, ຜູ້ຄ້າຂາຍທີ່ຖືກຕ້ອງຕາມກົດໝາຍ ແລະ ນັກທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ. ນອກຈາກນີ້ ຜູ້ລັກລອບນຳເຂົ້າແບບບໍ່ຖືກຕ້ອງ ອາດຈະຈຳໜ່າຍຜະລິດຕະພັນປອມທີ່ບໍ່ໄດ້ຄຸນນະພາບ ແລະ ອາດກໍໃຫ້ເກີດອັນຕະລາຍຕໍ່ສຸຂະພາບໄດ້”.
ທ່ານ ແອນເດິເຊັນ ກ່າວຕື່ມອີກວ່າ: ໃນປີ 2024 ຍອດຂາຍ ສົ່ງອອກຂອງເບຍລາວໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ກັບປີ 2023. “ເຄືອຄ່າຍການຈໍາໜ່າຍທົ່ວໂລກຂອງກຸ່ມບໍລິສັດ ຄາຣສະເບີກ ໄດ້ຊ່ວຍເພີ່ມຍອດຂາຍສົ່ງອອກຂອງຜະລິດຕະພັນເບຍລາວ. ພວກເຮົາໄດ້ສົ່ງອອກເບຍລາວຫຼາຍກວ່າ 13 ລ້ານ ໂດລາສະຫາລັດ ໃນປີ 2024 ໃນ 20 ປະເທດທົ່ວໂລກ. ນີ້ເປັນການສະແດງໃຫ້ເຫັນວ່າພວກເຮົາສາມາດຂະຫຍາຍຄວາມນິຍົມໃນຜະ ລິດຕະພັນເບຍລາວຢູ່ພາຍນອກປະເທດໄດ້ ແລະ ການຂະຫຍາຍຕົວຂອງລາຍໄດ້ຈາກການສົ່ງອອກຂອງພວກເຮົາແມ່ນຊ່ວຍນໍາເອົາເງິນຕາຕ່າງປະເທດມາສູ່ເສດຖະກິດຂອງລາວ ແລະ ສະໜັບ ສະໜູນຄ່າເງິນກີບຂອງລາວ”
ເພື່ອປະຕິບັດພັນທະຂອງເຮົາທີ່ມີຕໍ່ປະຊາຊົນລາວ, ບໍລິສັດເບຍລາວ ຍັງປະຕິບັດຫຼາຍກິດຈະກຳຄວາມຮັບຜິດຊອບຕໍ່ສັງ ຄົມ (CSR) ຢ່າງກວ້າງຂວາງ. ນັບແຕ່ປີ 2022 ເປັນຕົ້ນມາ, ບໍລິສັດໄດ້ໃຊ້ງົບປະມານຫຼາຍກວ່າ 10 ຕື້ກີບ ເຂົ້າໃນຂົງເຂດຕ່າງໆ ເຊັ່ນ: ຄວາມຍືນຍົງດ້ານສິ່ງແວດລ້ອມ, ການສຶກສາ, ການ ຊ່ວຍເຫຼືອຜູ້ຖືກກະທົບໄພພິບັດ, ການຊ່ວຍເຫຼືອຊຸມຊົນ, ການປິ່ນປົວສຸຂະພາບ ແລະ ອື່ນໆ. ຂະນະດຽວກັນ, ພະນັກງານ ແລະ ຜູ້ໄດ້ຮັບທຶນການສຶກສາຂອງ ເບຍລາວ ຍັງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆຂອງຊຸມຊົນ ລວມທັງການປູກຕົ້ນໄມ້, ການເກັບຂີ້ ເຫຍື້ອ, ແຍກຂີ້ເຫຍື້ອ ແລະ ການບໍາລຸງຮັກສາໂຮງຮຽນ.
ທ່ານ ແອນເດີເຊັນ ໄດ້ສະຫຼຸບວ່າ: “ວິໄສທັດ Sail 27 ຂອງກຸ່ມບໍລິສັດ ຄາຣສະເບີກໄດ້ຕົວແບບການເຄື່ອນໄຫວກິດຈະກຳທາງດ້ານທຸລະກິດຂອງພວກເຮົາ, ຊຶ່ງພວກເຮົາບໍ່ພຽງແຕ່ເຮັດ ວຽກເພື່ອເພີ່ມຄຸນນະພາບຜະລິດຕະພັນ ແລະ ນະວັດຕະກໍາໃໝ່ໆເທົ່ານັ້ນ ແຕ່ພວກເຮົາຍັງໄດ້ຊຸກຍູ້ການເຕີບໂຕແບບຍືນຍົງ ພ້ອມດ້ວຍ ການລົງທຶນເຂົ້າໃນການດູແລຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຕໍ່ຊຸມຊົນ, ເພື່ອສືບຕໍ່ສ້າງຜົນປະໂຫຍດຕໍ່ປະຊາຊົນລາວຕື່ມອີກ.
ທີ່ມາ: ບໍລິສັດເບຍລາວ