ວັນທີ 18 ທັນວາ 2024 ບໍລິສັດໄຟຟ້ານໍ້າເທີນ 2 ຈຳກັດ ໄດ້ນຳເອົາອຸປະກອນການແພດ (ເຄື່ອງຊ່ວຍຫາຍໃຈທຽມ) ລວມມູນຄ່າ 39,900 ໂດລາສະຫະລັດ, ມາມອບໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່.
ກ່າວມອບຄັ້ງນີ້ໂດຍ ທ່ານ ມາກ ອອງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້ານໍ້າ ເທີນ 2 ຈຳກັດ ແລະ ກ່າວຮັບຂອງ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່. ມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ຄຳໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.





