ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດໄຟຟ້າຫົງສາ ໃຫ້ການສະໜັບສະໜູນການພັດທະນາຢູ່ເມືອງຫົງສາ 3,9 ຕື້ກີບ

Feb 3, 2025

ບໍລິສັດໄຟຟ້າຫົງສາ ໃຫ້ການສະໜັບສະໜູນການພັດທະນາຢູ່ເມືອງຫົງສາ 3,9 ຕື້ກີບ
ວັນທີ 28 ມັງກອນ 2025, ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນໍາໃຊ້ທຶນພັດທະນາເມືອງ ຮ່ວງທຶນສະໜັບສະໜູນຈາກບໍລິສັດໄຟຟ້າຫົງສາ ແລະ ວຽກງານຄຸ້ມຄອງສິ່ງເສດເຫຼືອ ທີ່ເກີດຈາກໂຄງການໄຟ ຟ້າຫົງສາ ຢູ່ຫ້ອງຂອງເມືອງ ໂດຍການເປັນປະທານ ຂອງທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ.
ທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງ ໄດ້ຂຶ້ນລາຍງານການພົວພັນຮ່ວມມື ລະຫວ່າງອົງການປົກຄອງເມືອງ ແລະ ບໍລິສັດໄຟຟ້າຫົງສາ ໃນໄລຍະຜ່ານມາ ໂດຍໃຫ້ຮູ້ວ່າ ໃນປີ 2024 ບໍລິສັດໄຟຟ້າຫົງສາ ໄດ້ໃຫ້ການສະໜັບສະໜູນງົບປະມານເຂົ້າໃນການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນຂອງເມືອງ ທັງໝົດ 4 ໂຄງການ ມູນຄ່າ 3,9 ຕື້ກີບ: ໂຄງການຊໍາລະໜີ້ ປະຕິບັດໜ້າວຽກສໍາເລັດ 100% 3 ໂຄງການ ຄື: ໂຄງ ການກໍ່ສ້າງອາຄານຫ້ອງນອນຄົນເຈັບໂຮງໝໍຊຸມຊົນເມືອງຫົງສາ ມູນຄ່າ 509,6 ລ້ານກີບ; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ຫໍປະຊຸມບ້ານວຽງແກ້ວ-ໂຮງຮຽນມັດທະຍົມບ້ານເມືອງຫານ ມູນຄ່າ 761,5 ລ້ານກີບ ແລະ ໂຄງການກໍ່ສ້າງ- ປັບປຸງເດີ່ນກິລາຂອງເມືອງ ມູນຄ່າ 558,5 ລ້ານກີບ ແລະ ໂຄງການກໍ່ສ້າງໃໝ່ 1 ໂຄງການ ຄື: ໂຄງການກໍ່ສ້າງສ້ອມແປງທາງແຕ່ສາມແຍກເມືອງເງີນ-ບ້ານຫານ ແລະ ບ້ານສີບຸນເຮືອງ-ນາແກ່ນຄໍາ ມູນຄ່າ 2,09 ຕື້ກີບ.
ພ້ອມນັ້ນ, ທ່ານ ຍັງໄດ້ຜ່ານແຜນສືບຕໍ່ຮ່ວມມື ຈັດສັນງົບປະມານ ເຂົ້າໃນການພັດທະນາເມືອງຫົງສາ ໃນປີ 2025 ທັງໝົດ 6 ໂຄງການ ມູນຄ່າ 6,3 ຕື້ກີບ ຄື: ໂຄງ ການກໍ່ສ້າງ- ປັບປຸງເດີ່ນກິລາຂອງເມືອງ ມູນຄ່າ 96,5 ລ້ານກີບ; ໂຄງການກໍ່ສ້າງສ້ອມແປງຂົວເບເລນໍ້າແກນ ມູນຄ່າ 354,5 ລ້ານກີບ; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນທາງຮ່ອມ ບ້ານເມືອງຫານ 2,2 ຕື້ກີບ; ໂຄງການກໍ່ສ້າງປູຢາງສອງຊັ້ນທາງຮ່ອມບ້ານໂພນຈັນ 1,3 ຕື້ກີບ; ໂຄງການກໍ່ສ້າງລະບົບຕາຂ່າຍໄຟຟ້າ 22kv, ແຮງດັນຕໍ່າ (0,4kv), ຕິດຕັ້ງໝໍ້ແປງ 100kv ແລະ ຕິດຕັ້ງໄຟຟ້າເຍືອງທາງລະບົບແສງຕາເວັນບ້ານສີບຸນເຮືອງ ມູນຄ່າ 1,4 ຕື້ກີບ; ໂຄງການກໍ່ສ້າງລະບົບຕາຂ່າຍໄຟຟ້າ 22kv ແຮງດັນຕໍ່າ(0,4kv), ຕິດຕັ້ງໝໍ້ແປງ 100kv ແລະ ຕິດຕັ້ງໄຟຟ້າເຍືອງທາງລະບົບແສງຕາເວັນບ້ານນາສ້ານ ມູນຄ່າ 854,8 ລ້ານກີບ.
ໃນກອງປະຊຸມ ທ່ານ ສົມຄວນ ສຸດທະວົງສາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນລາຍງານການຊື້-ຂາຍສິ່ງເສດເຫຼືອ ແລະ ນໍ້າມັນເຄື່ອງເກົ່າ ຈາກໂຮງງານໄຟຟ້າ ຫົງສາ ຜ່ານການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາ ໃນ 4 ບໍລິສັດ ມີສິ່ງເສດເຫຼືອທັງໝົດ 4 ລາຍການ ຄື: ເຫຼັກເສດ, ນໍ້າມັນເຄື່ອງເກົ່າ, ຢາງຕີລົດເກົ່າ ແລະ ໝໍ້ໄຟເກົ່າ ລວມລາຍຮັບທັງໝົດຈາກການຂາຍສິ່ງເສດເຫຼືອ ທີ່ໄລ່ລຽງແລ້ວ ມີມູນຄ່າ 10.252.038.369 ກີບ, ໃນນີ້, ເມືອງໄດ້ຮັບແລ້ວທັງໝົດ 8.979.958.486 ກີບ.
ຂ່າວ: ສີພູວົງ ວິໄລແກ້ວ
ພາບ: ຫົງຄຳ ວົງເຖິງ