ນັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ ຫຼາຍແຂວງທາງພາກເຫນືອຂອງລາວ ໄດ້ຮັບຜົນກະທົບຈາກພະຍຸໃຕ້ຝຸ່ນ ຢາກິ ເຮັດໃຫ້ຝົນຕົກໜັກໃນຫຼາຍພື້ນທີ່ ອັນກໍ່ໃຫ້ເກີດໄພນໍ້າຖ້ວມຫນັກຄັ້ງໃຫຍ່ ໂດຍສະເພາະແມ່ນແຂວງຫຼວງນໍ້າທາ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຢ່າງຫນັກຫນ່ວງ, ເສັ້ນທາງຄົມມະນາຄົມ, ລະບົບໄຟຟ້າ,ນ້ຳປະປາ, ເຄື່ອຂ່າຍອິນເຕີເນັດ ແລະ ສາທາລະນຸປະໂພກຕ່າງໆໄດ້ຮັບຄວາມເສຍຫາຍໜັກ.
ຕໍ່ກັບກັບສະພາບການດັ່ງກ່າວ, ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ກໍໄດ້ຜັນຂະຫຍາຍບົດບາດໃນຖານະທີ່ເປັນເສັ້ນທາງຄົມມະນາຄົມຂົນສົ່ງຫຼັກ ຂອງ ສປປ ລາວ ໂດຍການຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພາກລັດ ແລະ ສັງຄົມ, ຕັ້ງຫນ້າປະກອບສ່ວນເຂົ້າຮ່ວມການຊ່ວຍເຫຼືອໄພນ້ຳຖ້ວມຄັ້ງນີ້ຢ່າງຫ້າວຫັນ ກໍຄືນັບແຕ່ວັນທີ 11 ຫາ ວັນທີ 30 ກັນຍາ ທາງລົດໄຟລາວ-ຈີນ ໄດ້ເປິດຂະບວນລົດໄຟຊ່ວຍເຫຼືອດ້ານມະນຸດສະທຳ ເພື່ອລຳລຽງຂົນສົ່ງເຈົ້າຫນ້າທີ່ກູ້ໄພ ແລະ ເຄື່ອງຊ່ວຍເຫຼືອໄປຍັງເຂດປະສົບໄພພິບັດໂດຍບໍ່ເສຍຄ່າໃຊ້ຈ່າຍ ພ້ອມດຽວກັນນັ້ນທາງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ຍັງໄດ້ເພີ່ມທະວີການກວດກາລາດຕະເວນຄວາມປອດໄພຕາມແລວເສັ້ນທາງລົດໄຟອີກ ເພື່ອຮັບປະກັນຄວາມປອດໄພ ແລະ ຮອງຮັບການຂົນສົ່ງຜູ້ໂດຍສານໃນໄລຍະນ້ຳຖ້ວມທີ່ຜ່ານມາ. ນອກຈາກນີ້ບໍລິສັດ ທາງລົດໄຟລາວຈີນຍັງໄດ້ປຸກລະດົມພະນັກງານບໍລິຈາກປັດຈຸປັດໃຈ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຫຼວງນ້ຳທາອີກດ້ວຍ ແລະ ທາງບໍລິສັດຍັງໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ພະນັກງານຂອງທາງລົດໄຟລາວ-ຈີນ ທີ່ທາງຄອບຄົວ ຫຼື ຕົນເອງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້ ພ້ອມທັງມອບເງິນຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈເປັນຢ່າງດີ.
ແຕ່ວັນທີ 11 ຫາ ວັນທີ 30 ກັນຍາ 2024 ທາງບໍລິສັດລົດໄຟລາວ-ຈີນ ຈໍາກັດ ໄດ້ອໍານວຍຄວາມສະດວກນໍາສົ່ງເຈົ້າຫນ້າທີ່, ໜ່ວຍກູ້ໄພ ແລະ ອົງກອນຊ່ວຍເຫຼືອຕ່າງໆ ໄປຊ່ວຍເຫຼືອແຂວງຫຼວງນໍ້າທາດ້ວຍລົດໄຟໂດຍສານໄດ້ທັງຫມົດ 1136 ເທື່ອຄົນ, ຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກ ໂດຍຜ່ານລົດໄຟໂດຍສານໄດ້ທັງຫມົດ 6327 ເປົາ/ແກັດ ລວມນໍ້າໜັກ 25387 ກິໂລ ແລະ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ມາຈາກ 67 ຫົວຫນ່ວຍງານ, ໃນນັ້ນຈາກພາກລັດລາວ 18 ອົງກອນ, ພາກລັດຈີນ 2 ອົງກອນ ຜ່ານລົດໄຟຂົນສົ່ງໄດ້ຈໍານວນ 22 ຂະບວນ ລວມເປັນຈໍານວນ 34 ຕູ້ຄອນເທັນເນີ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນອີກຈຳນວນ 447.1 ໂຕນ. ໃນນັ້ນປະກອບດ້ວຍເຄື່ອງໃຊ້ຈໍາເປັນຫຼາຍຢ່າງເຊັ່ນ: ນ້ຳດື່ມ, ອາຫານ, ຢາປົວພະຍາດ,ເຄື່ອງນຸ່ງຫົ່ມ,ທຽນໄຂ,ເສື້ອຊູຊີບ, ຜ້າຫົ່ມ, ເສື່ອນອນ, ສາຍໄຟຟ້າ, ກົງເຕີໄຟຟ້າ, ອຸປະກອນສື່ສານ ແລະ ເຄື່ອງໃຊ້ສຸກເສີນອື່ນໆ.
ການເຄື່ອນໄຫວຂອງບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໄດ້ສະແດງໃຫ້ເຫັນເຖິງຄວາມອາດສາມາດຂອງທາງລົດໄຟລາວ-ຈີນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ເພື່ອແບ່ງເບົາພາລະຂັ້ນເທິງໃນການແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນເຂດປະສົບໄພ. ໃນໄລຍະຕໍ່ໄປ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະເອົາໃຈໃສ່ຕິດຕາມສະພາບການເຂດປະສົບໄພຢ່າງຕໍ່ເນື່ອງ ອີງຕາມສະພາບຕົວຈິງ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະຫນູນເຂດປະສົບໄພຕາມຄວາມຕ້ອງການ.



