ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ມອບໃບຍ້ອງຍໍແກ່ໜ່ວຍງານ ແລະ ພະນັກງານດີເດັ່ນ ປະຈຳປີ 2024 ພ້ອມກໍານົດທິດທາງ ປີ 2025.

Jan 27, 2025

ໃນຕອນບ່າຍຂອງວັນທີ 23 ມັງກອນ 2025 ທີ່ສຳນັກງານໃຫຍ່ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດພິທີມອບໃບຍ້ອງຍໍແກ່ໜ່ວຍງານ ແລະ ພະນັກງານດີເດັ່ນ ປະຈຳປີ 2024 ພ້ອມປະຊຸມກໍານົດທິດທາງ ປີ 2025, ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍຄະນະອຳນວຍການ, ບັນດາພະແນກ, ຂະແໜງປະຈຳພາກສະໜາມ ແລະ ຕາງໜ້າພະນັກງານດີເດັ່ນເຂົ້າຮ່ວມ.
ພິທີມອບໃບຍ້ອງຍໍໃນຄັ້ງນີ້ຈະມອບໃຫ້ແກ່ໜ່ວຍງານ ແລະ ພະນັກງານດີເດັ່ນແບບບຸກຄົນ, ລ່ວມໝູ່ດ້ານການປ້ອງກັນນໍ້າຖ້ວມດີເດັ່ນ, ດ້ານເຕັກນິກດີເດັ່ນ ແລະ ດ້ານການເຜີຍແຜ່ຂໍ້ມູນຂ່າວສານດີເດັ່ນ ມອບໂດຍ ທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ແລະ ຄະນະນໍາຂອງບໍລີສັດ. ໂອກາດນີ້ທ່ານ ຫຼິວຫົງ ໄດ້ກ່າວວ່າ: ໃນປີ 2024, ຜ່ານຄວາມພະຍາຍາມຮ່ວມກັນຢ່າງບໍ່ຫຼົດລະຂອງພະນັກງານລົດໄຟລາວ-ຈີນ ໝົດທຸກຄົນ, ທາງລົດໄຟລາວ-ຈີນ ໄດ້ບັນລຸປີແຫ່ງຄວາມປອດໄພເປັນປີທີສາມ, ສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 3,833 ລ້ານເທື່ອຄົນ ແລະ ຂົນສົ່ງຜູ້ສິນຄ້າໄດ້ທັງໝົດ 4,786 ລ້ານໂຕນ. ພິທີໃນມື້ນີ້ແມ່ນການສະຫຼຸບປະສົບການ, ຖອດຖອນບົດຮຽນ, ຍ້ອງຍໍບຸກຄົນກ້າວໜ້າ, ເຕົ້າໂຮມກຳລັງແຮງ ເພື່ອສືບຕໍ່ຊຸກຍູ້ຈັດຕັ້ງປະຕິບັດວຽກງານທີ່ສຳຄັນໃນປະຈຸບັນ, ຮັບປະກັນໃຫ້ທາງລົດໄຟລາວ-ຈີນ ກ້າວໄປໜ້າຢ່າງບໍ່ຢຸດຢັ້ງໃນປີໃໝ່ ພ້ອມປະກອບສ່ວນຢ່າງເຕັມທີ່ເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ສ້າງຜົນປະໂຫຍດອັນແທ້ຈິງໃຫ້ປະຊາຊົນທັງສອງຊາດລາວ-ຈີນ.
ທ່ານ ຫຼິວຫົງ ຍັງກ່າວເນັ້ນໜັກຕື່ມວ່າ: ຜົນສຳເລັດຂອງທາງລົດໄຟລາວ-ຈີນໃນມື້ນີ້ ລ້ວນແຕ່ແມ່ນຢາດເຫື່ອແຮງຂອງພະນັກງານທາງລົດໄຟລາວ-ຈີນ ໝົດທຸກຄົນ ທີ່ໄດ້ອຸທິດຕົນ ແລະ ເສຍສະຫຼະໃນຕໍາແໜ່ງຫນ້າທີ່ຂອງຕົນຢ່າງບໍ່ຫຼົດລະ ບໍ່ວ່າອາກາດຈະຮ້ອນຈະໜາວ ຫຼື ຊ່ວງເທດສະການ ກໍລ້ວນແຕ່ພ້ອມທີ່ຈະປະຕິບັດຫນ້າທີ່ຢູ່ແນວໜ້າຢ່າງອາດຫານ ເຮັດໃຫ້ທາງລົດໄຟລາວ-ຈີນ ພັດທະນາຢ່າງບໍ່ຢຸດຢັ້ງ. ບໍລີສັດຂໍຂອບໃຈມາຍັງພະນັກງານໝົດທຸກຄົນທີ່ເຊື້ອໝັ້ນ, ໄວ້ວາງໃຈ ແລະ ເສຍສະຫຼະເພື່ອທາງລົດໄຟ, ບໍລິສັດໃຫ້ຄຳໝັ້ນສັນຍາວ່າທາງລົດໄຟລາວ-ຈີນ ແລະ ພະນັກງານໝົດທຸກຄົນຈະພັດທະນາເຕີບໃຫຍ່ກ້າວໜ້າໄປພ້ອມໆກັນ, ຈະບໍ່ມີໃຜຖືກປະຖິ້ມໄວ້ທາງຫຼັງເດັດຂາດ.
ທ້າວ ເຄນຍືນ ໄຊຍະວົງ ພະນັກງານປະຈໍາສະຖານີວຽງຈັນໃຕ້ ຜູ້ໄດ້ຮັບລາງວັນພະນັກງານດີເດັ່ນ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບໍລິສັດທີ່ໃຫ້ໂອກາດ, ອົບຮົມ ແລະ ຊີ້ນຳເຮັດໃຫ້ຕົນເອງມີຜົນງານໃນມື້ນີ້. ກຽດຕິຄຸນທີ່ໄດ້ຮັບໃນມື້ນີ້ບໍ່ພຽງແຕ່ເປັນຂອງສ່ວນຕົວເທົ່ານັ້ນ, ຫາກຍັງແມ່ນຂອງພະນັກງານໝົດທຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາທາງລົດໄຟລາວ-ຈີນ. ຕົນເອງເຊື່ອວ່າພາຍໃຕ້ຄວາມມານະພະຍາຍາມຂອງພະນັກງານທາງລົດໄຟລາວ-ຈີນ ໝົດທຸກຄົນ, ການພັດທະນາຂອງທາງລົດໄຟລາວ-ຈີນ ຈະນັບມື້ນັບດີຂຶ້ນ ພ້ອມໃຫ້ບໍລິການທີ່ມີຄຸນນະພາບແກ່ຜູ້ໂດຍສານ ແລະ ປະກອບສ່ວນເຂົ້າໃນການພັດທະນາດ້ານຄົມມະນາຄົມຂອງ ສປປ ລາວ, ຕໍ່ໄປຕົນເອງຈະຖືເອົາກຽດຕິຄຸນທີ່ໄດ້ຮັບໃນມື້ນີ້ເປັນພະລັງແຮງກ້າວເດີນໄປຂ້າງຫນ້າ ພ້ອມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອເປັນກຳລັງແຮງໜຶ່ງປະກອບສ່ວນເຂົ້າໃນການພັດທະນາທາງລົດໄຟລາວ-ຈີນ.
ໃນກອງປະຊຸມຍັງໄດ້ກຳນົດທິດທາງປີ 2025 ຂອງທາງລົດໄຟລາວ-ຈີນ. ບໍລິສັດຈະສືບຕໍ່ຍຶດໝັ້ນເອົາທິດຊີ້ນຳຂອງການນຳສູງສຸດສອງພັກສອງລັດລາວ-ຈີນ, ປະຕິບັດຕາມແຜນແມ່ບົດການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ວຽກງານມີຄວາມກ້າວໜ້າຢ່າງຮອບດ້ານ ໂດຍເນັ້ນໃສ່ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ຍົກສູງປະສິດທິພາບການຂົນສົ່ງ ແລະ ເພີ່ມທະວີການຄຸ້ມຄອງຄວາມປອດໄພ, ສ້າງທາງລົດໄຟລາວ-ຈີນ ໃຫ້ກາຍເປັນແບບຢ່າງການຮ່ວມມື “ໜຶ່ງແລວທາງໜຶ່ງເສັ້ນທາງ”.
ທີ່ມາ: Laos – China Railway Company Limited
Lao-China Railway Co., Ltd. gives the certificate of appreciation to the outstanding units and employees for the year 2024 with the direction of 2025.
In the afternoon of January 23, 2025, at the head office of Lao-China Railway Co., Ltd. organized a ceremony to award the outstanding units and employees for the year 2024 with a meeting to determine the direction of 2025, the honor to attend this ceremony was Mr. Liu Hong, the general director of Lao-Chinese Railway Co., Co.,…

See more

 

Hide original

 

Rate this translation