ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ມອບເງິນຊ່ວຍເຫຼືອໃຫ້ແກ່ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະກອບສ່ວນແກ້ໄຂຜົນກະທົບຈາກໄພພິບັດ

Aug 29, 2025

ໃນວັນທີ 28 ສິງຫາ 2025 ທີ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 135,446,000 ກີບ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອນຳໄປປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນໃນປີ 2025, ຕາງໜ້າມອບໂດຍທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ແລະ ເປັນກຽດຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການຊ່ວຍເຫຼືອຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ພ້ອມກ່າວວ່າ: ຫຼາຍປີມໍ່ໆມານີ້ ສປປ ລາວ ແມ່ນໄດ້ປະເຊີນກັບໄພທາງທຳມະຊາດນັບມື້ນັບຫຼາຍຂຶ້ນ, ສະເພາະປີ 2025 ມີທັງພາຍຸໃຕ້ຝຸ່ນ“ວິພາ”,ພາຍຸໃຕ້ຝຸ່ນ “ຄາຈິກິ” ແລະ ໄພພິບັດອື່ນໆທີ່ບໍ່ເຄີຍມີມາກ່ອນ, ເຮັດໃຫ້ບ້ານເຮືອນທີ່ພັກອາໄສຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍຫຼາຍ. ທ່ານຍັງໄດ້ກ່າວເນັ້ນອີກວ່າ: ເງິນບໍລິຈາກທັງໝົດແມ່ນຈະນໍາໃຊ້ເຂົ້າໃນການບັນເທົາທຸກສຸກເສີນ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຊ່ວຍໃຫ້ຜູ້ປະສົບໄພສາມາດຟື້ນຟູວຽກງານ ແລະ ຊີວິດການເປັນຢູ່ໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.
May be an image of 3 people and text
ທ່ານ ຫຼິວຫົງ, ຜູ້ອຳນວຍການໃຫຍ່ທາງລົດໄຟລາວ-ຈີນກໍໄດ້ກ່າວວ່າ: ທາງລົດໄຟລາວ-ຈີນ ເອົາໃຈໃສ່ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ, ພ້ອມສະໜັບສະໝູນວຽກງານຊ່ວຍເຫຼືອດ້ານມະນຸດສະທຳ, ຕອບສະໜອງຄວາມຕ້ອງການ ແລະ ນະໂຍບາຍຂອງລັດຖະບານລາວຢ່າງເຕັມທີ່ ເພື່ອແບ່ງເບົາພາລະຂັ້ນເທິງ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນ. ທ່ານ ຫຼິວຫົງ ຍັງໄດ້ກ່າວເພີ່ມອີກວ່າ: ເມື່ອໃດທີ່ປະເທດຊາດ ແລະ ພໍ່ແມ່ປະຊາຊົນມີຄວາມຕ້ອງການ, ທາງລົດໄຟລາວຈີນແມ່ນພ້ອມຈະຢືນຄຽງຂ້າງປະເທດຊາດ ແລະ ປະຊາຊົນລາວສະເໜີໄປ.
ຜ່ານມາ ໃນປີ 2024 ໃນຊ່ວງທີ່ພາກເໜືອຂອງ ສປປ ລາວ ປະສົບໄພນໍ້າຖ້ວມ ທາງລົດໄຟລາວ-ຈີນ ແມ່ນໄດ້ປະກອບສ່ວນຢ່າງສຸດຂີດ ເຂົ້າໃນການຊ່ວຍເຫຼືອ ແລະ ຟື້ນຟູຄືນໃຫມ່ຫຼັງໄພພິບັດ ໂດຍໄດ້ອໍານວຍຄວາມສະດວກນໍາສົ່ງເຈົ້າຫນ້າທີ່, ໜ່ວຍກູ້ໄພ ແລະ ເຄື່ອງຊ່ວຍເຫຼືອຕ່າງໆ ໄປຊ່ວຍເຫຼືອແຂວງຫຼວງນໍ້າທາດ້ວຍລົດໄຟ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.
May be an image of 7 people and text
ຫຼັງຈາກເກີດໄພພິບັດທຳມະຊາດ ໃນປີ 2025, ບໍລິສັດ ລວມທັງພະນັກງານວິຊາການທຸກໆຄົນແມ່ນມີຄວາມກະຕືລືລົ້ນຮ່ວມກັນບໍລິຈາກປັດຈຸປັດໄຈ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພ. ດ້ວຍນ້ຳໃຈມະນຸດສະທຳດັ່ງກ່າວນີ້, ໃນທີ່ຜ່ານມາ ລົດໄຟລາວ-ຈີນຍັງໄດ້ມີຄວາມຫ້າວຫັນປະກອບສ່ວນຊ່ວຍເຫຼືອແຜ່ນດິນໄຫວມຽນມາ, ສົມທົບກັບອົງກອນສະຫະປະຊາຊາດ ກຽມພ້ອມໃຫ້ການຊ່ວຍເຫຼືອແກ່ສັງຄົມຢູ່ສະເໝີ ແລະ ດ້ວຍເຫດຜົນດຽວກັນ ກໍຄືການເຫັນຄຸນຄ່າສູງຂອງທຸກໆຊີວິດ, ທາງລົດໄຟຈິ່ງຖືເອົາຄວາມປອດໄພເປັນບູລິມະສິດອັນດັບໜຶ່ງ ໃນການຈັດຕັ້ງປະຕິບັດວຽກງານ.
ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເປັນເອກະພາບວ່າ ໃນຕໍ່ໜ້າຈະສືບຕໍ່ຮ່ວມມື ເພື່ອປະກອບສ່ວນເຂົ້າໃນການຍົກລະດັບຝືມືແຮງງານ, ການຊ່ວຍເຫຼືອສັງຄົມ ແລະ ສືບຕໍ່ທຸ່ມເຫື່ອເທແຮງເພື່ອການພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງຂຶ້ນ ຢ່າງເປັນກ້າວໆ.