ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຂົ້າວາງພວງມາລາ ເເລະ ໄຫວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ.

Apr 6, 2025

ໃນຕອນເຊົ້າ ວັນທີ 6 ເມສາ 2025 ຢູ່ທີ່ຫໍປະຊຸມເເຫ່ງຊາດ ນະຄອນຫລວງວຽງຈັນ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ເຂົ້າວາງພວງມາລາ ເເລະ ໄຫວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ທີ່ໄດ້ເຖີງເເກ່ມໍລະນະກໍາ.
ທ່ານໄດ້ສະແດງຄວາມເສົ້າສະຫລົດໃຈ ແລະອາໄລອາວອນຢ່າງສຸດຊຶ້ືງ ຕໍ່ການມໍລະນະກຳຂອງ ສະຫາຍ ພົນເອກຄໍາໄຕ ສີພັນດອນ ນັກຮົບປະຕິວັດອາວຸໂສຮຸ່ນທຳອິດ ຊື່ງເປັນໜື່ງໃນຜູ້ນໍາທີ່ປີຊາສາມາດ ແລະ ອົງອາດກ້າຫານ ນີ້ເປັນການສູນເສຍອັນໃຫ່ຍຫລວງຂອງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ຊື່ງຕະຫລອດຊີວິດແຫ່ງການເຄື່ອນໄຫວຂອງສະຫາຍໄດ້ອຸທິດຕົນທັງຊີວິດ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົດປ່ອຍຊາດ ທ້ອນໂຮມປະເທດຊາດ ແລະຍາດເອົາຄວາມເປັນເອກະລາດ ເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງພັກປະຊາຊົນ ປະຕິວັດລາວ ເປັນຜູ້ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກເຮົາ.
ຄະນະພັກ, ຄະນະນຳ ບໍລິສັດ ໂທລະຄົມ ມະນາຄົມ ມະຫາຊົນ ພ້ອມດ້ວຍພະນັກງານບໍລິສັດທຸກທົ່ວໜ້າ ຈະສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດທີ່ແສນຮັກໃຫ້ຈະເລີນກ້າວໜ້າຕະຫລອດໄປ.
May be an image of 6 people, dais and text
May be an image of 6 people and text