ຕອນເຊົ້າວັນທີ 19 ມັງກອນ 2026, ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ພົນໂທ ວົງສອນ ອິນປານພິມ, ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).
ສະຫາຍ ສຸພົນ ຈັນທະວີໄຊ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ແລະ ພະນັກງານລາວໂທລະຄົມ ກ່າວອວຍພອນໄຊອັນປະເສີດໃຫ້ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ ທຸກຂັ້ນ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຜົນສຳເລັດໃນໜ້າວຽກງານ ທີ່ພັກ-ລັດ ມອບໝາຍ ໂດຍສະເພາະການປົກປັກຮັກສາເອກະລາດ, ອຳນາດ, ອາທິປະໄຕ ແລະ ແຜນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ ຊີ້ນຳກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດດັ່ງກ່າວ, ພົນໂທ ວົງສອນ ອິນປານພິມ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານ ໄດ້ກ່າວສະແດງຄໍາຂອບໃຈຕໍ່ຄະນະພັກ-ຄະນະອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ມາອວຍພອນໃນຄັ້ງນີ້. ພ້ອມທັງກ່າວອວຍພອນໄຊພະນັກງານທົ່ວກຸ່ມບໍລິສັດລາວໂທລະຄົມ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ສືບຕໍ່ຊີ້ນຳ-ນຳພາທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ.
ບໍລິສັດ ລາວ ໂທລະຄົມ ມີຄວາມພາບພູມໃຈ ທີ່ໄດ້ມີສ່ວນຮ່ວມອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ,
ລາວ ໂທລະຄົມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຢູ່ຄຽງຂ້າງສັງຄົມລາວ ດັ່ງຄຳຂວັນທີ່ວ່າ “ ລາວ ໂທລະຄົມ ໂທລະຄົມຂອງຄົມລາວ ເພື່ອສັງຄົມລາວ ”


