ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ສະຕາໂທລະຄົມ ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ

Dec 3, 2024

ໃນວັນທີ 3 ທັນວາ 2024 ນີ້, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ ຈໍານວນ 2.000.000 ໂດລາສະຫະລັດ ເພື່ອກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍການກ່າວຮັບຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ. ແລະ ກ່າວມອບຂອງ ສະຫາຍ ຫງວຽນ ຫງ໋ອກ ລ່ອງ ຮອງຫົວໜ້າອໍານວຍການ ການຕະຫຼາດ ບໍລິສັດ ລາວສະຕາໂທລະຄົມ ຈໍາກັດ ພ້ອມ ດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ຫງ໋ອກ ລ່ອງ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອກະຊວງປ້ອງກັນປະເທດໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ທັງເປັນການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກໍາລັງປະກອບອາວຸດຂອງກອງທັບປະຊາຊົນລາວ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.
ຂ່າວ: ກະຊວງປ້ອງກັນປະເທດ