ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ມອບ 2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII

Aug 29, 2025

ໃນຕອນເຊົ້າວັນທີ 28 ສິງຫານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປື, ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ໄດ້ນຳເອົາເງິນ ຈຳນວນ 2 ຕື້ກີບ, ມາມອບໃຫ້ແຂວງອັດຕະປື ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ຫົງພະຈັນ ສະໝິງວົງສາ ຕາງໜ້າບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ສ່ວນແຂວງອັດຕະປື ກ່າວຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າອະນຸກຳມະການເສດຖະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ການມອບເງິນຄັ້ງນີ້, ເພື່ອປະກອບສ່ວນຊ່ວຍເຫຼືອ-ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະໄຂຂຶ້ນໃນມໍ່ໆນີ້. ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ກໍໄດ້ຕາງໜ້າໃຫ້ຄະນະພັກ ອົງການປົກຄອງແຂວງ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ທີ່ເຫັນໄດ້ເຖິງຄວາມສຳຄັນ ຈຶ່ງໄດ້ໃຫ້ການສະໜັບສະໜຸນ ຊ່ວຍເຫຼືອແຂວງ ມາໂດຍຕະຫຼອດ ໂດຍສະເພາະກໍ່ຄືການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະໄຂຂຶ້ນໃນທ້າຍເດືອນ ກັນຍາ 2025 ນີ້ ຖືວ່າເປັນການປະກອບສ່ວນທີ່ສຳຄັນເປັນຢ່າງຍິ່ງ ແລະ ຂໍອ່ວຍພອນໄຊ ມາຍັງບໍລິສັດ ໃນການດຳເນີນທຸລະກິດຕ່າງໆ ກໍຂໍໃຫ້ປະສົບຜົນສຳເລັດ ລຸລ່ວງຕາມຈຸດປະສົງທີ່ວາງໄວ້.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ