ຕອນບ່າຍວັນທີ 22 ກຸມພາ 2024 ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບເງິນຈາກ ບໍລິສັດ ຫລັກໄຊ ລົງທືນ ຈຳກັດຜູ້ດຽວ ຈຳນວນ 25,000,000ກີບ ແລະ ບໍລິສັດການຢາເມແມສໂກ້ ຈໍາກັດ ມອບຖົງມືຈາກປະເທດ ມາເລເຊຍ (ຂະໜາດsize L) ຈຳນວນ 300 ກ່ອງ ລວມມູນຄ່າ 15,000,000 ກີບ, ເພື່ອປະກອບສ່ວນເຂົ້າໃນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ໃຫ້ກຽດກ່າວມອບໂດຍ ທ່ານ ຄຳໄຊ ບຸນມີສີດາວົງ ປະທານ ບໍລິສັດ ຫລັກໄຊ ລົງທືນ ຈຳກັດຜູ້ດຽວ, ທ່ານ ວັດທະນາ ສີຫາເທບ ຜູ້ອຳນວຍການ ບໍລິສັດການຢາເມແມສໂກ້ ຈໍາກັດ ແລະ ກ່າວຮັບໂດຍທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ.
ໃນໂອກາດດຽວດກັນນີ້, ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວສະແດງຂອບໃຈ ແລະ ຮູ້ບຸນຄຸນຕໍ່ທັງສອງບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ສຳລັບເງິນແລະວັດຖຸຈຳນວນດັ່ງກ່າວນີ້ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ-ສະຫນອງເລືອດທີ່ປອດໄພ, ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແລະ ຈຳນວນໜຶ່ງແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານກູ້ຊີບ-ກູ້ໄພ ຂອງອົງການກາແດງແຫ່ງຊາດລາວ.




