ວັນທີ 24 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ, ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຄື: ຈຳນວນ 1 ລ້ານໂດລາສະຫະລັດ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ອີກຈຳນວນ 3 ຕື້ກີບ ແມ່ນເພື່ອປະກອບສ່ວນເຂົ້າໃນແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍ່ຄືຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸວິພານີ້, ລວມທັງ ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ບໍລິສັດຮຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອລັດຖະບານລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານພະລັງງານ, ການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ການປະກອບສ່ວນຄັ້ງນີ້ ຍັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດດອກອອກຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ພັດທະນາໂຄງການລົງທຶນຂອງຕົນ ໂດຍສະເພາະ ໂຄງການໄຟຟ້າພະລັງງານລົມເຈືອງເຊິນ ຢູ່ແຂວງບໍລິຄຳໄຊ ຊຶ່ງເລີ່ມມາສຶກສາ ແລະ ລົງທຶນພັດທະນາໂຄງການດັ່ງກ່າວ ໃນທ້າຍປີ 2023 ຮອດປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າໄວ, ຄາດວ່າ ຈະສາມາດຜະລິດໄຟຟ້າສົ່ງອອກຂາຍ ໃນທ້າຍປີ 2025 ນີ້ 600 ເມກາວັດ. ດັ່ງນັ້ນ ຈຶ່ງຖືວ່າ ເປັນບໍລິສັດ ທີ່ເຮັດແທ້ທໍາຈິງ, ທັງໄດ້ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ແລະ ຊຸມຊົນທ້ອງຖິ່ນໂຄງການ ຢ່າງຫຼວງຫຼາຍ ໂດຍສະເພາະ ເສັ້ນທາງ-ຂົວ ແລະ ກອງທຶນລົບລ້າງເຮືອນເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ, ລວມທັງ ການພັດທະນາດ້ານຕ່າງໆ ທີ່ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດຽວກັນ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ຕິດຕາມຊຸກຍູ້ ການພັດທະນາໂຄງການຂອງຕົນດ້ວຍດີຕະຫຼອດມາ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງບໍລິຄຳໄຊ ແລະ ໂຄງການລົງທຶນອື່ນໆ ຢູ່ ສປປ ລາວ ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້; ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ທ້ອງຖິ່ນໂຄງການ ໃຫ້ນັບມື້ດີຂຶ້ນ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.


