ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ເບຍລາວ ສະໜັບສະໜູນທຶນ ຫຼາຍກວ່າ 2 ຕື້ກີບ ເພື່ອຮ່ວມສືບສານ, ອະນຸລັກ ແລະ ປົກປັກຮັກສາມໍລະດົກທາງວັດທະນະທຳຂອງລາວ ໃນງານບຸນປະເພນີອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2024 ທົ່ວປະເທດ.

Oct 25, 2024

ເຖິງແມ່ນວ່າງານບຸນອອກພັນສາ ແລະ ຊ່ວງເຮືອຈະສິ້ນສຸດລົງໄປແລ້ວກໍ່ຕາມ ແຕ່ກິ່ນອາຍຄວາມຄຶກຄື້ນມ່ວນຊື່ນ, ສຽງຫົວ ແລະ ສຽງກອງເຊຍ ຂອງມວນຊົນ ຍັງຄົງດັງກ້ອງກັງວານຢູ່ ເພາະວ່າງານບຸນປີນີ້ ໄດ້ຈັດການສະເຫຼີມສະຫຼອງ ຢ່າງຍິ່ງໃຫຍ່ໃນທົ່ວປະເທດ ເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ມີນ້ຳໜຶ່ງໃຈດຽວກັນ ຂອງທຸກພາກສ່ວນໃນສັງຄົມ ຕໍ່ກັບການປົກປັກ ຮັກສາ ວັດທະນະທຳອັນລໍ້າຄ່າ ຂອງຊາດໃຫ້ຄົງຢູ່ໄປກັບຍຸກສະ ໃໝ ທີ່ກຳລັງພັດທະນາຂອງຊາດລາວເຮົາ.
ປັດໃຈໜຶ່ງທີ່ສຳຄັນ ຂອງການຈັດງານໃຫ້ປະສົມຜົນສຳເລັດຄື ງົບປະມານ ແລະ ບໍລິສັດ ເບຍລາວ ຈຳກັດ ກໍ່ເປັນຜູ້ທີ່ຄ່ອຍໃຫ້ການສະໜັບສະໜູນອຸປະຖຳຫຼັກ ໂດຍດີຕະຫຼອດມາ ໂດຍໃນປີນີ້ ໄດ້ທຸ່ມງົບປະມານສະໝັບສະໜູນລວມມູນຫຼາຍກວ່າ 2 ຕື້ກີບ ໃນຂອບເຂດທົ່ວປະເທດ. ການສະຫນັບສະຫນູນຂອງບໍລິສັດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຊ່ວຍປະກອບທຶນຮອນ ແຕ່ຍັງສື່ໃຫ້ເຫັນເຖິງ ການປະກອບສ່ວນຢ່າງຈິງໃຈ ຕໍ່ກັບການຮັກສາມູນມໍລະດົກທາງວັດທະນະທຳຂອງຊາດໃຫ້ຄົງຢູ່ກັບສັງລາວ.
“ຮີດຄອງປະເພນີ ແລະ ວັດທະນະທຳລາວ ແມ່ນເປັນຫົວໃຈຫຼັກຂອງຊາດລາວ ແລະ ຄົນລາວ. ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈ ທີ່ໄດ້ຮ່ວມເປັນສ່ວນໜຶ່ງຂອງບໍລິສັດທີ່ອຸທິດຕົນ ແລະ ທຸ້ມເທໃຫ້ກັບການປົກປັກຮັກສາ ແລະ ອະນຸລັກມູນມໍລະດົກທາງວັດທະນະທຳອັນລໍ້າຄ່າໃຫ້ຄົງຢູ່ ແລະ ພວກເຮົາມຸ້ງໝັ້ນສືບຕໍ່ໃຫ້ການສະຫນັບສະໜູນທຸກກິດຈະກຳທີ່ເປັນການສົ່ງເສີມ ແລະ ຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ຄົງຢູ່.” ກ່າວໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍຳນວຍການຝ່າຍການຕະ ຫຼາດ ບໍລິສັດ ເບຍລາວ ຈຳກັດ.
ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ໃນແຕ່ລະປີ ບໍລິສັດ ເບຍລາວ ມຸ່ງໝັ່ນ ແລະ ທຸ້ມທຶນໃນການອຸປະຖຳ ກິດຈະກຳວຽກງານການອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດລາວ ນອກຈາກນັ້ນພວກເຮົາຍັງໄດ້ສຸມໃສ່ວຽກງານອື່ນໆເຊັ່ນ: ກິລາ, ສາທາລະນະສຸກ, ສຶກສາ, ສິ່ງແວດລ້ອມ, ສິນລະປະ-ວັນນະຄະດີ, ທ່ອງທ່ຽວ ແລະ ວຽກງານອື່ນໆ ໂດຍໃນແຕ່ລະປີ ບໍລິສັດໃຫ້ການການສະໜັບສະໜູນ ລວມມູນຄ່າ ຫຼາຍກວ່າ 20 ຕື້ກີບ. ການສະໜັບສະໜູນຂອງພວກເຮົາ ຍິ່ງເປັນການຕອກຢໍ້າເຖິງຄວາມ ມຸ້ງໝັ່ນ ແລະ ເອົາໃຈ ໃສ່ຕໍ່ການຊ່ວຍເຫຼືອສັງຄົມ ໂດຍສະເພາະໃນການສົ່ງເສີ່ມ ແລະ ຮັກສາມູນເຊື້ອອັນລໍ້າຄ່ານີ້ໄວ້ “
ຄົນຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ທ່ານ Jason Rolan ກ່າວວ່າ: “ຂ້ອຍຄິດວ່າ ມັນດີຫຼາຍ ທີ່ເຫັນຄົນລາວ ແລະ ຄົນ ຕ່າງປະເທດ ຈາກຫຼາກຫຼາຍບ່ອນ ມາຮ່ວມກັນ ເພື່ອສະເຫຼີມສະຫຼອງ ບຸນອອກພັນສາປະວໍລະນາ ແລະ ປະເພນີຊ່ວງເຮືອ. ວັດທະນາທໍານີ້ ແມ່ນມີເອກະລັກສະເພາະ ທີ່ງົດງາມ ແລະ ມີສີສັນຫຼາຍ. ຂ້ອຍມັກອາຫານທ້ອງຖິ່ນ ແລະ ການແຂ່ງຂັນເຮືອຊ່ວງ ກໍ່ໜ້າຕື່ນເຕັ້ນຫຼາຍ”.
ເຖິງແມ່ນວ່າ ບຸນອອກພັນສາ ແລະ ຊ່ວງເຮືອ ສິ້ນສຸດລົງ ແຕ່ກິ່ນອາຍຄວາມສາມັກຄີ, ມົນສະເໜ່ ແລະ ຄວາມມ່ວນຊື່ນ ຍັງດັງ ກ້ອງກັງວານໃນຄວາມຊົງຈຳຂອງພວກເຮົາ. ມັນເປັນດັ່ງປະສົບ ການທີ່ບໍ່ອາດລືມເລືອນ ແລະ ຕິດພັນກັບການດຳລົງຊີວິດຂອງເຮົາໄປແລ້ວ. ດັ່ງນັ້ນ ຈົ່ງພ້ອມພາກັນ ພາກພູມໃຈໃນຮີດຄອງປະເພນີ ທີ່ເປັນມູນມໍລະດົກອັນລໍ້າຄ່ານີ້ ແລະ ຢ່າລືມແບ່ງປັນໃຫ້ກັບຄົນທົ່ວໂລກໄດ້ຮັບຮູ້ ພ້ອມດຽວກັນນັ້ນຈົ່ງຮັກສາມູນເຊື້ອອັນສະຫງ່າງາມນີ້ ໃຫ້ຄົງຢູ່ສູ່ຄົນ ລຸ້ນຕໍ່ໆໄປ.
May be an image of 9 people and text
May be an image of 8 people and text
May be an image of 10 people and text
May be an image of 3 people and text
May be an image of kayak and text