ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ເບຍລາວ ເພີ່ມຄວາມເປັນມິດຕໍ່ສິ່ງແວດລ້ອມ ດ້ວຍການຫັນມາໃຊ້ພະລັງງານທົດແທນທີ່ສະອາດ ແລະ ຍືນຍົງ.

Feb 22, 2025

ນະຄອນຫຼວງວຽງຈັນ, ວັນທີ 21 ກຸມພາ 2025. ບໍລິສັດ ເບຍລາວ ເຊິ່ງເປັນຜູ້ນຳດ້ານການຜະລິດເບຍໃນ ສປປ ລາວ ກຳລັງດຳເນີນບາດກ້າວທີ່ຍີ່ງໃຫຍ່ ແລະສຳຄັນສູ່ເປົ້າໝາຍການພັດທະນາແບບຍືນຍົງຂອງບໍລິສັດ, ທັງເປັນການຢືນຢັນຕໍ່ຄໍາໝັ້ນສັນຍາຂອງບໍລິສັດກ່ຽວກັບຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ຜ່ານການນຳສະເໜີນະວັດຕະກຳດ້ານພະລັງງານສີຂຽວ. ໂດຍສອດຄ່ອງກັບໂຄງການ ” Together Towards ZERO and Beyond” ຂອງກຸ່ມບໍລິສັດ Carlsberg, ບໍລິສັດ ເບຍລາວ ໄດ້ເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍອາຍກາກໂບນິກສູ່ຊັ້ນບັນຍາກາດ, ທັງເປັນການສະໜັບສະໜູນເປົ້າໝາຍລວມຂອງການພັດທະນາແບບຍືນຍົງຂອງ ສປປ ລາວ.
ບໍລິສັດ ເບຍລາວ ມີການຫັນປ່ຽນຄັ້ງສຳຄັນ ໂດຍການຮ່ວມມືກັບບໍລິສັດ VN Green Energy ເພື່ອເປີດໂຮງງານຜະລິດພະລັງງານຊີວະມວນແຫ່ງທຳອິດໃນ ສປປ ລາວ. ໂຮງງານແຫ່ງນີ້ ສະໜອງພະລັງງານສີຂຽວທີ່ໄດ້ຈາກຊີວະມວນໃຫ້ໂຮງງານຜະລິດເບຍລາວ ທີ່ນະຄອນຫຼວງວຽງຈັນ ເລີ່ມແຕ່ເດືອນກຸມພາ 2025 ເປັນຕົ້ນໄປ ໂດຍການທົດແທນການໃຊ້ນໍ້າມັນດຳ ດ້ວຍພະລັງງານໄອນ້ໍາທີ່ຜະລິດຈາກສິ່ງເສດເຫຼືອຊີວະມວນ ເຊິ່ງສາມາດສະໜອງພະລັງງານສີຂຽວໄດ້ຫຼາຍກວ່າ 80% ຂອງພະລັງງານທັງໝົດທີ່ໃຊ້ໃນໂຮງງານເບຍວຽງຈັນ.
ການຫັນປ່ຽນນີ້ ຄາດວ່າຈະຫຼຸດຜ່ອນການປ່ອຍອາຍກາກໂບນິກຂອງໂຮງງານຜະລິດເບຍລາວ ທີ່ນະຄອນຫຼວງວຽງຈັນຢ່າງຫຼວງຫຼາຍ ເຊິ່ງຈະເຮັດໃຫ້ໂຮງງານແຫ່ງນີ້ ສາມາດບັນລຸເປົ້າໝາຍການຫຼຸດຜ່ອນການປ່ອຍອາຍກາກໂບນິກໄດ້ໄວ 5 ປີກ່ອນກໍານົດໃນປີ 2025 ນີ້, ທັງເປັນການສະໜັບສະໜູນເປົ້າໝາຍໃນການຫຼຸດຜ່ອນການປ່ອຍອາຍກາກໂບນິກໃຫ້ເປັນສູນໃນປີຂອງກຸ່ມບໍລິສັດໃນເຄືອຄາຣສະເບີກ ພາຍໃນປີ 2030 ອີກດ້ວຍ. ບໍລິສັດ ເບຍລາວຍັງຈະສືບຕໍ່ຊອກຫາໂອກາດໃນການນຳໃຊ້ພະລັງງານທົດແທນເພີ່ມຕື່ມສຳລັບໂຮງງານ ເປບຊີ ທີ່ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ທີ່ ປາກເຊ, ແຂວງຈຳປາສັກ.
ທ່ານ Henrik Juel Andersen, ຜູ້ອໍານວຍການໃຫຍ່ ບໍລິສັດເບຍລາວ ຈຳກັດ ກ່າວວ່າ: “ຄວາມຍືນຍົງແມ່ນຫົວໃຈອັນສຳຄັນຂອງທຸລະກິດ, ພວກເຮົາມີຄວາມພູມໃຈທີ່ຈະເຮັດໃຫ້ບາດກ້າວອັນສໍາຄັນນີ້ກ້າວໄປສູ່ຄວາມສຳເລັດໃນການຫຼຸດຜ່ອນການປ່ອຍອາຍກາກໂບນິກໃນ ສປປ ລາວ, ໂດຍການຈັດຕັ້ງປະຕິບັດ ແລະ ນຳໃຊ້ພະລັງງານຊີວະມວນ ແລະ ສືບຕໍ່ຄົ້ນຄວ້າຊອກຫາດ້ານພະລັງງານໝູນວຽນຕື່ມອີກ, ພວກເຮົາຫວັງວ່າຈະເປັນແບບຢ່າງ – ບໍ່ພຽງແຕ່ໃນ ສປປ ລາວເທົ່ານັ້ນແຕ່ໃນລະດັບພາກພື້ນອີກນຳ.
ການປະກາດຄັ້ງນີ້ ແມ່ນໃນໂອກາດທີ່ ທ່ານ Jacob Aarup-Andersen ປະທານຜູ້ບໍລິຫານ (CEO) ຂອງກຸ່ມບໍລິສັດ Carlsberg ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນເວລາ 3 ວັນ, ເຊິ່ງເປັນການຢືນຢັນຄຳໝັ້ນສັນຍາຂອງບໍລິສັດກ່ຽວກັບຄວາມຍືນຍົງ ຢູ່ໃນບັນດາບໍລິສັດໃນເຄືອຄາຣສະເບີກທົ່ວໂລກ.
“ໂຄງການ Carlsberg’s ‘Together Towards ZERO and Beyond’ ແມ່ນການດໍາເນີນການທີ່ເປັນຮູບປະທຳເພື່ອຫຼຸດຜ່ອນການປ່ອຍອາຍກາກໂບນິກ ແລະ ສົ່ງເສີມຄວາມຍືນຍົງໃນບັນດາບໍລິສັດໃນເຄືອຄາຣສະເບີກ.
ການຫັນມາໃຊ້ພະລັງງານຊີວະມວນຂອງ ບໍລິສັດ ເບຍລາວ ແລະ ການສະແຫວງຫາພະລັງງານໝູນວຽນທີ່ຫຼາກຫຼາຍ ຖືເປັນຕົວຢ່າງທີ່ດີທີ່ສະແດງໃຫ້ເຫັນວ່າການດໍາເນີນງານຂອງໂຮງງານຜະລິດເບຍ ມີສ່ວນສຳຄັນຢ່າງໃຫຍ່ຫຼວງ ແລະ ສາ ມາດມີບົດບາດສຳຄັນໃນການສ້າງອະນາຄົດທີ່ຍືນຍົງໄດ້”
ນອກເຫນືອຈາກພະລັງງານທົດແທນ ບໍລິສັດ ເບຍລາວ ຍັງເປັນຜູ້ນຳໃນການສົ່ງເສີມຄວາມຍືນຍົງໂດຍຜ່ານໂຄງການຕ່າງໆ, ລວມທັງໂຄງການປູກເຂົ້າແບບຍືນຍົງ, ເຊິ່ງບໍ່ພຽງແຕ່ສົ່ງເສີມການປະຕິບັດກະສິກໍາອິນຊີແລະສະຫນັບ ສະຫນູນຊາວກະສິກອນທ້ອງຖິ່ນໂດຍຜ່ານເຕັກໂນໂລຊີທີ່ມີນະວັດກໍາ, ແຕ່ຍັງຝຶກອົບຮົມຊາວກະສິກອນໃນວິທີການກະສິກໍາແບບຟື້ນຟູທີ່ຊ່ວຍໃຫ້ລະບົບນິເວດການປູກເຂົ້າແບບຍືນຍົງ 100% ແລະເປັນມິດກັບສິ່ງແວດລ້ອມ.
ນອກຈາກນີ້, ບໍລິສັດ ເບຍລາວ ຍັງກ້າວຫນ້າໃນການຫຼຸດຜ່ອນການນໍາໃຊ້ນ້ໍາ, ການປັບປຸງຄວາມຍືນຍົງຂອງການຫຸ້ມຫໍ່ບັນຈຸພັນ, ແລະການຫຼຸດຜ່ອນສິ່ງເສດເຫຼືອໃນທຸກຂະບວນການຂອງການຜະລິດ. ໂຄງການ Zero Packaging Waste, ໂດຍໄດ້ດຳເນີນມາແຕ່ປີ 2018 ເປັນຕົ້ນມາ, ສາມາດຮັກສາອັດຕາການເກັບຄືນເບຍລາວແກ້ວໃຫຍ່ໄດ້ເຖີງ 97% ເພື່ອນໍາມາໃຊ້ຄືນໃໝ່ ເຊິ່ງແຕ່ລະແກ້ວຈະມີການນໍາກັບມາໃຊ້ 14 ຄັ້ງ ກ່ອນທີ່ຈະສົ່ງໄປນໍາຜະລິດຄືນໃໝ່ ຫລື ລີໄຊເຄີນ.
ການປະກອບສ່ວນຂອງ ບໍລິສັດ ເບຍລາວ ໃນການສົ່ງເສີມການປະຕິບັດແບບຍືນຍົງບໍ່ຈຳກັດແຕ່ພາຍໃນບໍລິສັດເທົ່ານັ້ນ. ບໍລິສັດເບຍລາວ ຍັງເປັນຜູ້ມອບພັນທະອາກອນຫຼາຍທີ່ສຸດຂອງປະເທດ ເຊິ່ງໄດ້ປະກອບສ່ວນຫຼາຍກວ່າ 5,100 ຕື້ກີບ (239 ລ້ານໂດລາສະຫະລັດ) ໃນປີ 2024 ເຮັດໃຫ້ບໍລິສັດ ເບຍລາວ ມີບົດບາດສຳຄັນໃນການສະໜັບສະໜູນການພັດທະນາເສດຖະກິດຂອງປະເທດ. ນອກຈາກບັນດາກິດຈະກຳກ່ຽວກັບສິ່ງແວດລ້ອມແລ້ວ, ບໍລິສັດຍັງໄດ້ເອົາໃຈໃສ່ລົງທຶນໃນໂຄງການຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ, ການສຶກສາ, ດ້ານສາທາລະນະສຸກ ແລະ ການບັນເທົາທຸກໃຫ້ແກ່ຜູ້ປະສົບໄພພິບັດໃນຂອບເຂດທົ່ວປະເທດ.
ໃນລະຫວ່າງຢ້ຽມຢາມ ສປປ ລາວ, ທ່ານ Jacob Aarup-Andersen ພ້ອມດ້ວຍ ທ່ານ Henrik Juel Andersen ຈະໄດ້ພົບປະກັບເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຖະບານລາວ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ບໍລິສັດ ເບຍລາວ ໃນການສະໜັບສະໜູນການຫັນປ່ຽນນຳໃຊ້ພະລັງງານສີຂຽວຂອງ ສປປ ລາວ ແລະ ການເສີມສ້າງການພົວພັນການຮ່ວມມືພາກລັດ-ເອກະຊົນ ໃຫ້ມີການຂະຫຍາຍຕົວແບບຍືນຍົງ.
May be an image of 4 people, crowd and text
May be an image of 4 people and text