ວັນທີ 11 ຕຸລາ 2024 ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ເອັກດີແອວ ບໍ່ແຮ່ ຈຳກັດ ໂດຍມີທ່ານ ສູ່ ຫຼິນ ຫຼິນ ຜູ້ອຳນວຍການບໍລິສັດ ເອັກດີແອວ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 900 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄຳມ່ວນ ໂດຍເປັນກຽດຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ມີຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ໂອກາດນີ້, ທ່ານເຈົ້າແຂວງຄໍາມ່ວນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີ ທີ່ບໍລິສັດໄດ້ໃຫ້ການປະກອບສ່ວນຊ່ວຍເຫຼືອໄພນໍ້າຖ້ວມຢູ່ ແຂວງຄຳມ່ວນ ໃນຄັ້ງນີ້.
(ຂ່າວ-ພາບ: ກອງຄໍາ)




