ວັນທີ 3 ກັນຍາ 2024 ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ ເມືອງຫົງສາ ແຂວງໄຊຍະບູລີ ຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງດັ່ງກ່າວ ໂດຍມີທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມຄະນະນຳຂອງເມືອງ ຫ້ອງການ ທີມງານບໍລິສັດ ໄຟຟ້າຫົງສາ ຜູ້ອໍານວຍການໂຮງຮຽນ ຜູ້ປົກຄອງ ແລະ ນັກຮຽນ ຕາງໜ້າໃຫ້ນັກຮຽນ 6 ແຫ່ງພາຍໃນເມືອງ ເຂົ້າຮ່ວມ.
ທ່ານ ຈັນທາ ຂັນຕິແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຫຍໍ້ ກ່ຽວກັບນັກຮຽນທີ່ໄດ້ຮັບທຶນການສຶກສາຂອງໂຄງການໄຟຟ້າຫົງສາ ຈຳກັດ ວ່າ: ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ມອບທຶນຊ່ວຍເຫຼືອໃຫ້ແກ່ນັກຮຽນ ທີ່ຮຽນດີ ຮຽນເກັ່ງ ແລະ ມີຄຸນສົມບັດດີ ເລີ່ມແຕ່ປີ 2011 ເປັນຕົ້ນມາ ເຊິ່ງແຕ່ລະສົກຮຽນຈະໄດ້ສະໜັບສະໜູນທຶນ 90 ລ້ານກີບ ແລະ ໄດ້ມອບໃຫ້ໂຮງຮຽນ 6 ແຫ່ງຄື: ມສ ຫົງສາ ມສ ບ້ານຫານ ມສ ນາປຸ່ງ ມສ ຄົກແອກ ມສ ພູແລ້ງ ແລະ ມຕ ແທ່ນຄຳ ໃນສົກຮຽນ 2023-2024 ນັກຮຽນທີ່ໄດ້ຮັບທຶນໂຄງການຈຳນວນ 30 ຄົນ ຍິງ 23 ຄົນ ໄດ້ເປັນຕົວແທນຂອງໂຮງຮຽນຂອງເມືອງ ແລະ ຂອງແຂວງເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງ ໃນຂັ້ນຕ່າງໆ ຄື: ສອບເສັງຂັ້ນກຸ່ມໂຮງຮຽນມີ 20 ຄົນ ຍິງ 15 ຄົນ ສອບເສັງຂັ້ນເມືອງ 12 ຄົນ ຍິງ 9 ຄົນ ສອບເສັງຂັ້ນແຂວງ 7 ຄົນຍິງ 4 ຄົນ ແລະ ສອບເສັງລະດັບຊາດ 1 ຄົນ.
ໃຫ້ກຽດມອບທຶນໂດຍ ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍທີມງານ ແລະ ຕາງໜ້າຮັບໂດຍທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ພ້ອມດ້ວຍນັກຮຽນດີ-ຮຽນເກັ່ງ.
ຂ່າວໃຫ້ຮູ້ຕື່ມວ່າ: ວັນດຽວກັນ ບໍລິສັດ ໄຟຟ້າຫົງສາ ຈຳກັດ ຍັງໄດ້ມອບເງິນຊ່ວຍເຫຼືອເພື່ອການຟື້ນຟູ ຫຼັງຈາກເຫດການນໍ້າຖ້ວມທີ່ເມືອງຫົງສາ ຈໍານວນ 33 ລ້ານກີບ ຢູ່ທີ່ຫ້ອງວ່າການປົກຄອງເມືອງ.
ພາບ-ຂ່າວ: ກິດຕິສັກ ບົວໄລ







