ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ໄຟຟ້າ ນ້ຳເທີນ 2 ໃຫ້ທຶນສະໜັບສະໜູນໂຄງການອາຫານທ່ຽງຢູ່ 16 ໂຮງຮຽນພາຍໃນເມືອງນາກາຍ

Apr 12, 2024

ບໍລິສັດ ໄຟຟ້າ ນ້ຳເທີນ 2 ໃຫ້ທຶນສະໜັບສະໜູນໂຄງການອາຫານທ່ຽງຢູ່ 16 ໂຮງຮຽນພາຍໃນເມືອງນາກາຍ
ວັນທີ 11 ເມສາ 2024 ທີ່ໂຮງແຮມຄຣາວພາຊ່າ, ນະຄອນ ຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນປະຖົມ ທີ່ເມືອງນາກາຍ, ແຂວງຄໍາມ່ວນ” ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ມູນນິ ທິການສຶກສາ ເພື່ອການພັດທະນາ
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນບໍລິສັດ ໄຟຟ້າ ນ້ຳເທີນ 2 ມູນຄ່າ 3,2 ຕື້ກີບ ໃນໄລຍະເວລາ 3 ປີ ນັບແຕ່ປີ 2024 ເປັນຕົ້ນໄປ ໂດຍຜ່ານກອງທຶນພັດທະນານໍ້າເທີນ 2 ເຊິ່ງມີປະ ທານກອງທຶນຮ່ວມ ແມ່ນ: ທ່ານ ເຈົ້າແຂວງໆ ຄໍາມ່ວນ ແລະ ປະ ທານບໍລິສັດ ໄຟຟ້າ ນ້ຳເທີນ 2 ຈຳກັດ ເພື່ອສະໜອງອາຫານທ່ຽງທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນ 16 ໂຮງຮຽນພາຍໃນເມືອງ ນາກາຍ, ແຂວງຄຳມ່ວນ, ໃນນັ້ນ ລວມທັງການຈັດສັນກ່ຽວກັບນໍ້າ, ສຸຂາອະນາໄມ ແລະຄວາມສະອາດ, ສວນໂຮງຮຽນ, ກະສິກໍາ, ແລະການສຶກສາໂພຊະນາການ, ສົ່ງເສີມການເຕີບໃຫຍ່ຂອງເດັກນ້ອຍຢ່າງແຂງແຮງ ແລະ ຖືກໂພຊະນາການ.
ໃນໂອກາດມີຄໍາເຫັນຕໍ່ພິທີຄັ້ງນີ້ ທ່ານ ມາກອອງຕວນ ຣຸບ, ຜູ້ອຳນວຍການໃຫຍ່ຂອງ ນໍ້າເທີນ 2 ໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງໂຄງການສະໜອງອາຫານໃນໂຮງຮຽນນີ້ສໍາລັບຊຸມຊົນ. ໂຄງການດັ່ງກ່າວຈະເປັນການສະໜັບສະໜູນລັດຖະບານລາວ ກໍຄື ປະຊາຊົນໃນເມືອງນາກາຍ ໃນການສືບຕໍ່ສະໜອງອາຫານທ່ຽງໃຫ້ແກ່ເດັກນ້ອຍໃນໂຮງຮຽນພາຍໃຕ້ ໂຄງການອາຫານໂຮງ ຮຽນແຫ່ງຊາດ(NSMP) ເພື່ອປັບປຸງຄວາມຍືນຍົງຂອງໂຄງການສະໜອງອາຫານໃນໂຮງຮຽນ ໂດຍຜ່ານການສ້າງໂຮງຮຽນຕົວແບບຢູ່ເມືອງນາກາຍ, ແລະສົ່ງເສີມໂຄງການການສະໜອງອາຫານໃນໂຮງຮຽນແບບຍືນຍົງ ໂດຍຜ່ານການແລກປ່ຽນລະຫວ່າງໂຮງ ຮຽນຕົວແບບ ແລະໂຄງການສະໜອງອາຫານໃນໂຮງຮຽນອື່ນໆ.
ສ່ວນ ທ່ານ ສຸລິອຸດົງ ສຸນດາລາ, ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ມີຄໍາເຫັນໂດຍຮຽກຮ້ອງຍັງມາຄະນະຮັບຜິດຊອບວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນທຸກຂັ້ນ ຈົ່ງໄດ້ພ້ອມກັນນໍາພາ-ຊີ້ນໍາ, ຈັດຕັ້ງປະຕິບັດໂຄງການຢ່າງຈິງຈັ່ງ ແລະ ໃຫ້ເກີດຜົນເປັນຈິງ, ພ້ອມກັບແລກປ່ຽນບົດຮຽນ, ໃຫ້ ການຮ່ວມມືກັນຢ່າງໃກ້ສິດ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ບົນພື້ນຖານການນໍາໃຊ້ບົດຮຽນ, ປະສົບການທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການຜ່ານມາ ເພື່ອຈັດຕັ້ງປະຕິ ບັດໂຄງການຄັ້ງນີ້ ໃຫ້ມີຄວາມສອດຄ່ອງ, ໂປ່ງໃສ, ຮັບປະກັນປະສິດທິພາບ ປະສິດທິຜົນ ແລະ ໃຫ້ມີຄວາມຍືນຍົງ.
ຮ່ວມລົງນາມໃນພິທີຄັ້ງນີ້ ມີ ທ່ານ ມາກອອງຕວນ ຣຸບ, ຜູ້ອຳນວຍການໃຫຍ່ຂອງ ນໍ້າເທີນ 2, ທ່ານ ວົງສອນ ພູມະນີວົງ, ຮອງຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ຄໍາຮຽນ ອິນທະຫວາ, ປະທານມູນນິທິການສຶກສາ ເພື່ອການພັດທະນາ ໂດຍຊ້ອງໜ້າ ທ່ານ ສຸລິອຸດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.