ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ເປີດຕົວໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີ

Jan 16, 2025

ໃນໂອກາດ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ຄົບຮອບ 15 ປີ ຂອງການຜະລິດໄຟຟ້າຢ່າງເປັນທາງການ, ບໍລິສັດ ໄຟຟ້າ ນ້ຳເທີນ 2 ຈໍາກັດ ຫຼື ນໍ້າເທີນ 2 ໄດ້ຈັດງານຖະແຫຼງຂ່າວ ໃນຕອນເຊົ້າ ວັນທີ 15 ມັງກອນ 2025 ເພື່ອເປີດຕົວໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີ ຢ່າງເປັນທາງການ (15th Anniversary of Nam theun 2 Power Company), ໂດຍການຖະແຫຼງໂດຍ ທ່ານ ມາກ ອອງຕວນ ຣູບ ຜູ້ອໍານວຍການໃຫຍ່ ນໍ້າເທີນ 2 ພ້ອມດ້ວຍ ຄະນະບໍລິຫານ ເຂົ້າຮ່ວມ.ທີ່ບໍລິສັດໄຟຟ້ານໍ້າເທີນ 2.
ທ່ານ ມາກ ອອງຕວນ ຣູບ ຜູ້ອຳນວຍການໃຫຍ່ ນໍ້າເທີນ 2 ໄດ້ໃຫ້ຮູ້ວ່າ: ບໍລິສັດ ໄຟຟ້າ ນ້ຳເທີນ 2 ໄດ້ເລີ່ມຜະລິດໄຟຟ້າຢ່າງເປັນທາງການ ວັນທີ 30 ເມສາ ປີ 2010 ເປັນຕົ້ນມາ. ປີນີ້ ຄົບຮອບ 15 ປີ. ເຊິ່ງຕະຫຼອດການດຳເນີນທຸລະກິດ ໄດ້ຖືກຮັບຮູ້ ແລະ ເປັນໂຄງການຕົວແບບທາງດ້ານການຜະລິດ, ດ້ານຄວາມປອດໄພ, ດ້ານສິ່ງແວດລ້ອມໃນລະດັບສາກົນ ຈົນໄປເຖິງດ້ານການພັດທະນາເສດຖະກິດສັງຄົມ ຂອງ ສປປລາວ, ຖືເປັນໜຶ່ງໃນໂຄງການຜະລິດໄຟຟ້າພະລັງງານນໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ ໂດຍມີການຮ່ວມລົງທຶນລະຫວ່າງ Electricité De France (EDF) ທີ່ຖືຮຸ້ນ 40%, Electricity Generating Company of Thailand (EGCO) ທີ່ຖືຮຸ້ນ 35%, ແລະ Lao Holding State Enterprise (LHSE) ໃນນາມ ລັດຖະບານລາວ ທີ່ຖືຮຸ້ນ 25% ໂດຍມີກໍາລັງການຜະລິດໄຟຟ້າ 1.080 ເມກາວັດ. ທີ່ຕັ້ງໂຄງການຢູ່ແຂວງຄໍາມ່ວນ ແລະ ດໍາເນີນການຜະລິດໄຟຟ້າພາຍໃຕ້ສັນຍາສຳປະທານໄລຍະເວລາ 25 ປີ (2010-2035).
ນ້ຳເທີນ 2 ຜະລິດໄຟຟ້າໄດ້ສະເລ່ຍ 6.000 ຈິກກາວັດຕໍ່ຊົ່ວໂມງ ໃນແຕ່ລະປີ, ຊົມໃຊ້ພາຍໃນປະເທດ 5% ແລະ ສົ່ງອອກປະເທດໄທ 95%. ຈາກລາຍໄດ້ໃນການສົ່ງອອກໄຟຟ້າດັ່ງນີ້, ໂຄງການ ນ້ຳເທີນ 2 ຄາດວ່າຈະສ້າງລາຍໄດ້ປະມານ 2 ຕື້ໂດລາສະຫະລັດໃຫ້ກັບລັດຖະບານລາວເຊິ່ງມຸ່ງເນັ້ນໃນການນຳໃຊ້ໃນໂຄງການພັດທະນາເສດຖະກິດ-ສັງຄົມຕ່າງໆ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະ ນາຊຸມຊົນໃນປະເທດລາວຢ່າງຍືນຍົງ ເຊິ່ງຕະຫຼອດໄລຍະການສຳປະທານ ຄາດວ່າ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ຈະຊ່ວຍມອບພັນທະອາກອນໃຫ້ກັບລັດຖະບານ ປະມານ 2 ຕື້ໂດລາ ເຊິ່ງນັບແຕ່ປີ 2010 ມາຮອດທ້າຍປີ 2024 ແມ່ນໄດ້ມອບພັນທະອາກອນແລ້ວມູນຄ່າ 600 ລ້ານໂດລາ.
May be an image of 9 people and text