ຕອນເຊົ້າ ວັນທີ 17 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮ່ວມທຶນດ້ານພະລັງງານສະອາດໃນລາວຈຳກັດ (ບໍລິສັດ ASFC ຈຳກັດ) ໄດ້ມອບເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ໃຫ້ກະຊວງປ້ອງກັນປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ກ່າວມອບໂດຍທ່ານ ນາງ ມິລິນດາ ວິໄລສຸກ, ຜູ້ອຳນວຍການໃຫຍ່ ບໍລິສັດ ASFC ຈໍາກັດ ແລະ ກ່າວຮັບໂດຍພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ; ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງການເງິນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ທີ່ນຳມາມອບໃຫ້ກະຊວງປ້ອງກັນປະເທດຄັ້ງນີ້ ມີຈຳນວນ 400 ຊຸດ, ລວມມູນຄ່າທັງໝົດ 2.1 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ຂອງກໍາລັງປ້ອງກັນຊາດ ໂດຍສະເພາະ ການປ້ອງກັນເວນຍາມຢູ່ຈຸດຕ່າງໆ ຮັບໃຊ້ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນໂອກາດນີ້, ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຕີລາຄາສູງຕໍ່ບໍລິສັດ ASFC ຈໍາກັດ ທີ່ມອບເຄື່ອງສາກໄຟຟ້າ ໃຫ້ກະຊວງປ້ອງກັນປະເທດຄັ້ງນີ້, ເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານລວມຂອງຊາດ ໂດຍສະເພາະ ການປ້ອງກັນເວນຍາມວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ, ພ້ອມທັງ ຊີ້ນຳກະຊວງປ້ອງກັນປະເທດ ນໍາເອົາເຄື່ອງທີ່ໄດ້ຮັບຄັ້ງນີ້ ໄປນໍາໃຊ້ໃຫ້ສອດຄ່ອງກັບຈຸດປະສົງ-ເປົ້າໝາຍ, ທີ່ສຳຄັນແມ່ນໃຫ້ເກີດປະໂຫຍດສູງສຸດ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.
ບໍລິສັດ ASFC ຈຳກັດ ມອບເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານຂອງກຳລັງປ້ອງກັນຊາດ

