ບໍລິສັດ CGN: ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ສ້າງບົດໃໝ່ອັນສະຫງ່າງາມຂອງ “ໜຶ່ງແລວໜຶ່ງເສັ້ນທາງ”
ທີ່ກອງປະຊຸມຜູ້ນໍາອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຄັ້ງທີ 27 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ທ່ານ ຫຼີສຽງ ນາຍົກລັດ ຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ສຳ ຄັນ,ໃນນັ້ນໄດ້ຊີ້ໃຫ້ເຫັນທິດທາງພັດທະນາໃນອະນາຄົດ,ເນັ້ນໜັກເຖິງການເສີມຂະຫຍາຍ “ຄວາມຮັບຮູ້ຂອງອາຊີ”, ໝູນໃຊ້ “ພູມ ປັນຍາຂອງປະເທດຕາເວັນອອກ”. ພ້ອມທັງຮ່ວມກັນສ້າງອາຊີທີ່ມີສັນຕິພາບ ແລະ ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັນ.

ໃນຈຸດໝາຍປະຫວັດສາດທີ່ສໍາຄັນນີ້, ບໍລິສັດ CGN Energy International ພວມຕັ້ງໜ້າປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ດຳເນີນການເຄື່ອນໄຫວຢ່າງຕັ້ງໜ້າເພື່ອຊ່ວຍສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ. ໂດຍຖືເອົາຈຸດໄດ້ປຽບທີ່ຕັ້ງຂອງ ສປປ ລາວ, CGN ໄດ້ຮ່ວມມືກັບລັດຖະບານລາວເພື່ອສ້າງຖານເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງລາວ, ປະກອບສ່ວນ “ວິທີການການແກ້ໄຂຂອງຈີນ” ເຂົ້າໃນການເຊື່ອມຕໍ່ໄຟຟ້າຂ້າມແດນ.
ການຮ່ວມມືກັນເພື່ອຮ່ວມໄຊຊະນະ ແລະ ສ່ອງແສງໃຫ້ແກ່ຄອບຄົວອາຊີ. ໃນກອງປະຊຸມສຸດຍອດວິສາຫະກິດສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ບໍລິສັດ CGN Energy International ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກການຮ່ວມມືເພື່ອຮ່ວມກັນສ້າງໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງລາວ. ໂຄງການໄລຍະທີໜຶ່ງແມ່ນຕັ້ງຢູ່ແຂວງອຸດົມໄຊ ແລະ ມີແຜນຈະກໍ່ສ້າງໂຄງການໄຟຟ້າແສງຕາເວັນ 1,000 ເມກາວັດ, ປະຈຸບັນໄດ້ເຂົ້າສູ່ໄລຍະກະກຽມກໍ່ສ້າງໂຄງການແລ້ວ. ພາຍຫຼັງໂຄງການດັ່ງກ່າວໄດ້ເລີ່ມດຳເນີນການຜະລິດໄຟຟ້າ, ຄາດວ່າກຳລັງຜະລິດໄຟຟ້າໃນແຕ່ລະປີຈະບັນລຸ 1,7 ຕື້ກິໂລວັດໂມງ, ເຊິ່ງສາມາດຕອບສະໜອງໄຟຟ້າໃຫ້ແກ່ 3 ລ້ານຄົວເຮືອນໃນອາຊີ ແລະ ສະໜອງພະລັງງານໄຟຟ້າທີ່ປອດໄພ, ສະອາດ ແລະ ເຊື່ອຖືໄດ້ໃຫ້ສອງປະເທດລາວ-ຈີນ.
ການເຊື່ອມຕໍ່ກັນ ແລະ ສ້າງສະພາບການພັດທະນາໃໝ່. ໃນການພົບປະຫຼາຍຄັ້ງ, ຜູ້ນຳສູງສຸດຂອງຈີນ ແລະ ລາວສະເໜີໃຫ້ຊຸກຍູ້ການຮ່ວມມືໃນໂຄງການກໍ່ສ້າງພື້ນຖານໂຄງລ່າງໃໝ່ ແລະ ເພີ່ມທະວີການເຊື່ອມໂຍງດ້ານພະລັງງານລະຫວ່າງຈີນ-ລາວ. ໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງລາວຂອງບໍລິສັດ CGN ຈະສ້າງຖານພະລັງງານສະອາດຂະໜາດໃຫຍ່ແຫ່ງທໍາອິດທີ່ເຊື່ອມຕໍ່ກັນລະຫວ່າງຈີນກັບບັນດາປະເທດບ້ານໃກ້ເຮືອນຄຽງ,ທັງຈະເປັນໂຄງການພະລັງງານສະອາດຂະໜາດໃຫຍ່ແຫ່ງທຳອິດທີ່ຈະສົ່ງໄຟຟ້າກັບຄືນຈີນ. ປະເທດລາວເປັນປະເທດທີ່ມີແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ຄວາມຕ້ອງການໄຟຟ້າຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນກໍເພີ່ມ ຂຶ້ນ, ການສ້າງຮູບແບບການເຊື່ອມຕໍ່ກັນສາມາດບັນລຸການແບ່ງ ປັນຊັບພະຍາກອນ,ການຕອບສະໜອງຄວາມຕ້ອງການຂອງຕະຫຼາດເຊິ່ງກັນ ແລະ ກັນ ແລະ ການເຊື່ອມໂຍງດ້ານອຸດສາຫະກຳຢ່າງມີປະສິດທິຜົນ, ປັບປຸງລະດັບການເຊື່ອມຕໍ່ລະຫວ່າງຈີນກັບປະເທດບ້ານໃກ້ເຮືອນຄຽງ.
ເຊື່ອມຕໍ່ຫົວໃຈຂອງປະຊາຊົນ ແລະ ສ້າງໂຄງການທີ່ມີຜົນ ປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ. ບໍລິສັດ CGN Laos ໄດ້ເປີດໂຄງການ CGN “Shimmer Plan” ເພື່ອການປະຕິບັດຄວາມຮັບຜິດຊອບ,ປະກອບສ່ວນຢ່າງຈິງຈັງໃນການພັດທະນາຊຸມຊົນທ້ອງຖິ່ນ ແລະ ແບ່ງປັນຜົນໄດ້ຮັບຈາກການພັດທະນາກັບປະຊາຊົນທ້ອງຖິ່ນ. ໄດ້ຈັດຕັ້ງ ແລະ ດຳເນີນຊຸດອົບຮົມ “ນົກຍາງຂາວ” 2 ຄັ້ງ, ຊຸກຍູ້ການກໍ່ສ້າງ ແລະ ປັບປຸງເສັ້ນທາງຢູ່ທ້ອງຖິ່ນ, ກໍ່ສ້າງໄຟເຍືອງທາງຕາມຖະໜົນ, ປະຕິບັດ ການບຳລຸງຮັກສາສະຖານີໄຟຟ້າແສງຕາເວັນຂອງໂຮງຮຽນ, ດຳເນີນການບໍລິຈາກເຄື່ອງຊ່ວຍເຫຼືອປ້ອງການໄພໜາວໃຫ້ແກ່ນັກຮຽນ, ຈັດງານສະຫຼອງວັນເດັກນ້ອຍສາກົນ ແລະ ກິດຈະກໍາບັນຍາຍຄວາມຮູ້ດ້ານວິທະຍາສາດພະລັງງານໃໝ່ ແລະ ກິດຈະກໍາສະໜັບສະໜູນວັດທະນະທໍາ, ກິລາ ແລະ ກິດຈະກໍາອື່ນໆ. ຫວ່າງມໍ່ໆມານີ້, ຍັງໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ພາກເໜືອຂອງລາວຢ່າງຕັ້ງໜ້າ, ບັນລຸໄດ້ “ຄວາມຜູກພັນຈາກໃຈ” ກັບປະຊາຊົນທ້ອງຖິ່ນຢ່າງມີປະສິດທິຜົນ.
ການກໍ່ສ້າງຖານພະລັງງານສະອາດຢູ່ລາວຂອງບໍລິສັດ CGN ເປັນການດຳເນີນຮ່ວມກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.ດັ່ງທ່ານ Zhang Chaoqun, ປະທານບໍລິຫານຂອງບໍລິສັດ CGN Energy International ກ່າວໃນກອງປະຊຸມລົງນາມສັນຍາສໍາປະທານວ່າ:ພ້ອມຈະພັດທະນາ, ກໍ່ສ້າງ ແລະ ດຳເນີນງານຂອງໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງລາວເປັນຢ່າງດີ ແລະ ບໍ່ຢຸດຢັ້ງ, ສືບຕໍ່ຊຸກຍູ້ການພັດທະນາແບບສີຂຽວເຂົ້າສູ່ພາກພື້ນແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ,ປະຕິບັດໜ້າທີ່ຮັບຜິດຊອບດ້ານສັງຄົມຢ່າງຈິງໃຈ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ສ້າງບົດໃໝ່ອັນສະຫງ່າ ງາມຂອງ “ໜຶ່ງແລວໜຶ່ງເສັ້ນທາງ”.
ທີ່ມາ: CMG FM93


