ໃນວັນທີ 6 ພຶດສະພາ 2024 ບໍລິສັດ DP World ໄດ້ຮັບສິດໃນການດຳເນີນກິດຈະການໃນເຂດເສດຖະກິດພິເສດສະຫວັນນະເຂດ (SEZ) ໃນ ສປປ ລາວ ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາແຕ່ປີ 2016.ທ່າເຮືອບົກຂະໜາດ 140.456 ຕາແມັດນີ້ຕັ້ງຢູ່ທິດຕາເວັນຕົກຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1.450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງແລວເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23.000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11.000 ຕາແມັດນຳອີກ.
ບໍລິສັດ DP World ບໍ່ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັນໂລຈິສຕິກແບບຄົບວົງຈອນນຳອີກ.ທ່ານ Glen Hilton ໃນຖານະປະທານ (CEO) ແລະ ຜູ້ຈັດການດ້ານການຕະຫລາດ ປະຈຳພາກພື້ນອາຊີປາຊີຸິກ (Managing Director, Asia Pacific) ຂອງບໍລິສັດໄດ້ກ່າວວ່າ: “ນີ້ເປັນກ້າວສຳຄັນຂອງພວກເຮົາໃນການຍົກລະດັບຄວາມເຊື່ອມໂຍງຂອງພາກພື້ນນີ້.ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃກ້ກັບທ່າເຮືອ ແລະ ມີສິ່ງອຳນວຍຄວາມສະດວກຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໃນປະເທດໄທ ແລະ ຫວຽດນາມ. ພວກເຮົາຈະຊ່ວຍສ້າງຄວາມຊຳນານງານ, ພັດທະນາດ້ານຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ໃນການດຳລົງຊີວິດປະຈຳວັນ”.
ຕາມການຄາດການຂອງ ທະນາຄານພັດທະນາອາຊີ (ADB) ເສດຖະກິດຂອງຂອງ ສປປ ລາວ ມີແນວໂນ້ມຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍແຮງຂັບເຄື່ອນທີ່ສຳຄັນມາຈາກຄວາມຮ່ວມມືດ້ານຍຸດທະສາດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ. ນອກຈາກນີ້, ການທີ່ ສປປ ລາວ ດຳລົງຕຳແໜ່ງປະທານອາຊຽນຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດໃນເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນຄວາມຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ. ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຊຸກຍູ້ດ້ານການຄ້າໃນພາກພື້ນອາຊີປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີອ່າວຊາປັງກາໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.
ບໍລິສັດ DP World ມີທີມງານທີ່ມີຄວາມສາມາດຫລາຍເຊື້ອຊາດ ແລະ ເປັນມືອາຊີບ ແລະ ມີທ່າເຮືອ ແລະ ເທີມີນອລ 19 ແຫ່ງ ເພື່ອບໍລິການເດີນທະເລ ໂລຈິສຕິກ ແລະ ເຕັກໂນໂລຊີ ໂດຍປະສານໂຄງສ້າງພື້ນຖານລະດັບໂລກເຂົ້າກັບຄວາມຊ່ຽວຊານໃນທ້ອງຖິ່ນ ແບບຄົບວົງຈອນທີ່ມີປະສິດທິພາບຫລາຍຂຶ້ນ ເຊິ່ງຈະຊ່ວຍປ່ຽນແປງຮູບແບບການຄ້າລະຫວ່າງປະເທດ.
ທີ່ມາຈາກ: ຂປລ.



