ວຽກງານການໂຄສະນາສື່ສານ, ການເຜີຍແຜ່ຂໍ້ມູນ ລວມເຖິງພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃນໄລຍະຜ່ານມາ ແມ່ນໄດ້ເຜີຍແຜ່ຜ່ານຊ່ອງທາງເວັບໄຊ້ ແລະ ການພິມເປັນວາລະ ສານ ເທົ່ານັ້ນ, ຊຶ່ງມີລາຍເດືອນ, ລາຍໄຕມາດ, ແຕ່ດ້ວຍສະພາບ ການຫັນປ່ຽນຂອງເຄື່ອງມືສື່ມວນຊົນໃນປັດຈຸບັນ ບໍລິສັດໄດ້ຫັນມານໍາໃຊ້ເຄື່ອງມືໂຄສະນາສື່ສານ ຜ່ານຫລາຍຊ່ອງທາງໂດຍສະ ເພາະ ທາງສື່ສັງຄົມອອນລາຍເຊັ່ນ: Facebook, tiktok, zalo, youtube ແລະ website ເພື່ອເປັນຊ່ອງທາງໃນການປະຊາສໍາພັນ, ເຜີຍແຜ່ບັນດາຂໍ້ມູນ, ພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງກຸ່ມບໍລິສັດ EVN ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.
ທ່ານ ຈິງມາຍເຟືອງ ຫົວໜ້າຄະນະປະຊາສຳພັນ ຂອງກຸ່ມບໍລິ ສັດໄຟຟ້າຫວຽດນາມ ໄດ້ກ່າວໃນໂອກາດທີ່ຄະນະຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຊົນລາວ, ຊຶ່ງນຳໂດຍທ່ານ ເລ ດຶກ ຮວາ ຮອງຄະນະວິຊາສື່ມວນຊົນ ແລະ ໂຄສະນາ, ສະຖາບັນສື່ ມວນຊົນ ແລະ ໂຄສະນາ ຫວຽດນາມ ລົງຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນ ກ່ຽວກັບການດຳເນີນວຽກງານສື່ສານມວນຊົນ ຂອງກຸ່ມບໍລິສັດດັ່ງກ່າວ ໃນວັນທີ 23 ຕຸລາ 2024 ຜ່ານມາ ທີ່ນະຄອນຫລວງຮ່າໂນ້ຍວ່າ: ປັດຈຸບັນການນໍາໃຊ້ຊ່ອງທາງໂຄສະນາ ປະຊາສຳພັນ ຜ່ານທາງສື່ສັງຄົມອອນລາຍ ແມ່ນສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ໄວ ແລະ ທັນສະພາບການ, ຊຶ່ງເນື້ອໃນຂ່າວທີ່ບໍລິສັດຂຽນສ່ວນຫລາຍແມ່ນເນັ້ນໃສ່ໜ້າທີ່ວຽກງານ, ຄວາມ ປອດໄພ ໃນການຊົມໃຊ້ໄຟຟ້າ ແລະ ການປະຢັດພະລັງງານໄຟ ຟ້າ, ການນໍາໃຊ້ພະລັງງານສະອາດ ແລະ ພະລັງງານ ແບບຍືນຍົງ ໂດຍສົ່ງລາຍງານຫາພາກສ່ວນທີ່ກ່ຽວຂ້ອງ ແລະ ປະສານສົມທົບກັບບັນດາອົງການສື່ມວນຊົນ ເພື່ອອອກຂ່າວ ແລະ ໂຄສະນາຕໍ່ໃຫ້ສັງຄົມໄດ້ຮັບຊາບ.
ທ່ານ ຈິງມາຍເຟືອງ ຍັງໄດ້ລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ EVN, ຊຶ່ງບໍລິສັດດັ່ງກ່າວເປັນບໍລິສັດແມ່ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ທີ່ຮັບຜິດຊອບໂດຍກົງ ໃນການບໍລິຫານການຜະລິດ, ການນໍາສົ່ງ, ການບໍລິການແຈກຢາຍ ແລະ ທຸລະກິດຊື້-ຂາຍທາງດ້ານພະລັງງານໄຟຟ້າ ໂດຍປະກອບມີ 17 ກົມກອງທີ່ຂຶ້ນກັບບໍລິສັດແມ່ໂດຍກົງ, ໃນນັ້ນມີ 8 ບໍລິສັດທີ່ຖືຫຸ້ນ 100%, 5 ບໍລິສັດຖືຫຸ້ນ 50% ແລະ ມີ 3 ບໍລິສັດຖືຫຸ້ນຕໍ່າກວ່າ 50%. ປັດຈຸບັນ, ພະນັກງານໃນກຸ່ມບໍລິສັດໄຟຟ້າຫວຽດນາມ ມີທັງໝົດ 96.300 ຄົນ, ມີກໍາລັງການຜະລິດໄຟຟ້າ 84.360 MW ໃນນີ້, ພະລັງງານໄຟຟ້າຈາກນໍ້າກວມ 28%, ພະລັງງານຈາກຖ່ານຫີນ 33%, ພະລັງງານຈາກແສງແດດ ແລະ ລົມ 27%. ໃນປີ 2023 ສາມາດສ້າງລາຍຮັບໄດ້ 23 ຕື້ໂດລາສະຫະລັດ.
ສຳລັບການຮ່ວມມື ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຂົງເຂດການຜະລິດໄຟຟ້າໃນໄລຍະຜ່ານ ມີພຽງ 35 kv ແລະ 22 kv ຢູ່ລຽບຕາມຊາຍແດນເທົ່ານັ້ນ ແລະ ໃນປີ 2016 ໄດ້ເຊັນສັນຍາຮ່ວມມືພັດທະນາພະລັງງານໄຟຟ້າຢູ່ລາວ ເພື່ອຂາຍໃຫ້ຫວຽດນາມ ໃນຈໍານວນ 200 kv ຫາ 500 kv.
ຂ່າວ: ມະນີທອນ, ຂປລ





