ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ HOLMATRO Netherlands ຮ່ວມກັບ ບໍລິສັດ ມະຫາໂຊກການຄ້າ ຈໍາກັດຜູ້ດຽວ ໄດ້ມອບ ອຸປະກອນກູ້ໄພ ໃຫ້ແກ່ມູນລະນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (1623)

Jul 19, 2023

ຕອນເຊົ້າ ຂອງວັນທີ 18 ກໍລະກົດ 2023 ບໍລິສັດ HOLMATRO Netherlands ຮ່ວມກັບ ບໍລິສັດ ມະຫາໂຊກການຄ້າ ຈໍາກັດຜູ້ດຽວ ໄດ້ມອບ ອຸປະກອນກູ້ໄພ ໃຫ້ແກ່ມູນລະນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (1623). ເຊິ່ງພິທີມອບ-ຮັບດັ່ງກ່າວໄດ້ຈັດຂຶ້ນ ທີ່ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ, ຕາງໜ້າມອບໂດຍ ທ່ານ ນ. ຈັນດາວອນ ວົງໄຊ, ຮອງຜູ້ອໍານວຍການ ບໍລິສັດ ມະຫາໂຊກການຄ້າ ແລະ ເປັນກຽດຮັບໂດຍ ທ່ານ ນາງ ສີສະຫຼຽວ ທໍາມະເທວາ, ປະທານມູນນິ ທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. ອຸປະກອນທີ່ມອບໃນຄັ້ງນີ້ ລວມມີ: ເຄື່ອງຕັດ, ແຍກ ພ້ອມອຸປະກອນຄົບຊຸດ ແລະ ເຄື່ອງຍົກດ້ວຍແຮງດັນ ລວມທັງໝົດ 10 ລາຍການ, ລວມເປັນມູນຄ່າ 16,000 ເອີໂຣ. ອຸປະກອນກູ້ໄພທີ່ນໍາມາມອບ ແມ່ນຈະຖືກນໍາໃຊ້ເຂົ້າໃນວຽກງານກູ້ໄພ ໂດຍສະເພາະອຸບັດເຫດທາງລົດຍົນ ເພື່ອຈະເອົາຜູ້ໄດ້ຮັບບາດເຈັບອອກຈາກລົດໄດ້ທັນເວລາ ແລະ ປອດໄພທີ່ສຸດ.
ຂ່າວ;ພາບ: ຫນ່ວຍກູ້ໄພ 1623