ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ LS ມອບເຄື່ອງບໍລິໂພກ ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫລວງນໍ້າທາ

Sep 12, 2024

ທ່ານ ນາງ ພວງໃຈ ສົມວິໄລ ຕາງໜ້າບໍລິສັດ LS ຂາອອກ- ຂາເຂົ້າ ຈຳກັດ ໄດ້ນໍາເອົາເຄື່ອງບໍລິໂພກປະເພດເຂົ້າກ໋ອງ 200 ກ໋ອງ ແລະ ນໍ້າດື່ມ 50 ແພັກ ລວມມູນຄ່າ 11,7 ກວ່າກີບ ມອບ ໃຫ້ກອງບັນຊາການທະຫານ ແຂວງຫລວງນໍ້າທາ ເພື່ອນໍາໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ ຂອງແຂວງຫລວງນໍ້າທາ ໃນວັນທີ 10 ກັນຍາ 2024 ຕາງໜ້າຮັບໂດຍ ທ່ານ ພົນຈັດຕາວາ ອິນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຫລວງນໍ້າທາ, ຜູ້ຊີ້ນໍາລວມຄະນະຮັບຜິດຊອບຕ້ານໄພພິບັດ ພ້ອມດ້ວຍຄະນະທັງສອງພາກ ສ່ວນເຂົ້າຮ່ວມ.
ທ່ານ ພົນຈັດຕາວາ ອິນແກ້ວ ມະນີຈັນ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຕ້ານໄພພິບັດແຕ່ລະຂັ້ນ ກໍຄືພໍ່ແມ່ຊາຊົນຜູ້ທີ່ໄດ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມທົ່ວແຂວງຫລວງນໍ້າທາ ສະແດງຄວາມຂອບໃຈຕໍ່ບໍລິສັດ LS ຂາອອກ-ຂາເຂົ້າ ຈຳກັດ ທີ່ໄດ້ນໍາເອົາເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນການປະ ກອບສ່ວນອັນສໍາຄັນ ໃນການບັນເທົາທຸກ ພ້ອມທັງໄດ້ເຊີນຊວນທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ຮ່ວມແຮງ, ຮ່ວມໃຈກັນ ໃຫ້ການອຸປະຖໍາຊ່ວຍເຫລືອຜູ້ປະສົບໄພຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ກັບສູ່ສະພາບປົກກະຕິ.
May be an image of 7 people and text