ບໍ່ເຕ່ນ-ບໍ່ຫານ ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ລາວ-ຈີນ
ຫວ່າງມໍ່ໆ ມານີ້, ບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກຍູ້ການ ຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສອງປະເທດ, ເລັ່ງລັດການພັດທະນາຢູ່ໃນພາກພື້ນຊາຍແດນຂອງສອງປະເທດ ລາວ ແລະ ຈີນ.

ຫົວຂໍ້ພິເສດ “ຄົ້ນຫາຂໍ້ມູນນະໂຍບາຍບຸລິມະສິດພຽງປາຍນີ້ວ” ຂອງເຂດພັດທະນາເສດຖະກິດຄຸນໝິງ ຫລື ເຂດທົດລອງການຄ້າເສລີພາກເຂດຄຸນໝິງ ໄດ້ລົງສູ່ລະບົບອອນລາຍ. ຫົວຂໍ້ພິເສດດັ່ງກ່າວ ໄດ້ຮວບຮວມນະໂຍບາຍບຸລິມະສິດທີ່ໃໝ່ຫຼ້າສຸດຂອງເຂດຮ່ວມມືບໍ່ເຕ່ນ-ບໍ່ຫານ ໃນເຂດພັດທະນາເສດຖະກິດຄຸນໝິງ ແລະ ສວນວິທະຍາສາດ-ເຕັກໂນໂລຊີທ່າບົງຊຽງໄຮ້-ຢູນນານ ເພື່ອໃຫ້ວິສາຫະກິດ ແລະ ພົນລະເມືອງສາມາດເຂົ້າເຖິງ ແລະ ສອບຖາມໄດ້. ເວັບໄຊອອນລາຍໃນຫົວຂໍ້ດັ່ງກ່າວ, ໜ້າເຟສແບບໃໝ່ງາມຕາ, ສີສັນອ່ອນໂຍນສະບາຍຕາ, ຂໍ້ມູນລີ້ງໄປເຖິງພາກສ່ວນຂົງເຂດທີ່ສຳຄັນ. ພ້ອມກັນນັ້ນ, ໄດ້ຮວບຮວມນະໂຍ ບາຍບຸລິມະສິດທີ່ໃໝ່ຫຼ້າສຸດໄວ້ນຳກັນ, ໄດ້ປັບປຸງລະບົບຫນ້າທີ່ລາຍການໃຫ້ດີຂຶ້ນ ເພື່ອເຮັດໃຫ້ຜູ້ນຳໃຊ້ງ່າຍໃນການຊອກຫາເນື້ອ ຫາທີ່ກ່ຽວຂ້ອງ ແລະ ວ່ອງໄວຂຶ້ນ. ຂໍ້ມູນສັງລວມຂອງເຂດສວນພັດທະນາ, ເງື່ອນໄຂທ່າແຮງ, ຂໍ້ມູນຂົງເຂດອຸດສາຫະກຳການຜະ ລິດ, ຄູ່ມືການລົງທຶນ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງ ໄດ້ຈັດວາງແບ່ງເປັນປະເພດຢ່າງຄົບຖ້ວນ ແລະ ມີປະສິດທີຜົນ. ສໍາລັບລາຍລະອຽດເພີ່ມເຕີມ, ສາມາດຕິດຕາມໃນ WeChat ຫົວຂໍ້ “ເຂດພັດທະນາເສດຖະກິດຄຸນໝິງ” ໄດ້.
ນັບແຕ່ວັນທີ 10 ຫາ ວັນທີ 17 ກຸມພານີ້, ດ່ານພາສີຄຸນໝິງໄດ້ກວດກາ ແລະ ສົ່ງສິນຄ້າຂາເຂົ້າ-ຂາອອກ ຜ່ານທາງລົດໄຟລາວ-ຈີນ ຈໍານວນ 130.000 ໂຕນ, ມີມູນຄ່າທັງໝົດ 345 ລ້ານຢວນ, ໂດຍສົມທຽບກັບໄລຍະກຸດຈີນປີ 2023 ໄດ້ເພີ່ມ ຂຶ້ນ 90% ແລະ 163%. ໃນນັ້ນ, ສິນຄ້າຂາອອກຕົ້ນຕໍແມ່ນຜະລິດຕະພັນເຫຼັກກ້າ, ອາໄຫຼ່ລົດຍົນ ແລະ ຜະລິດຕະພັນສິນຄ້າຈຳເປັນໃນຊີວິດປະຈຳວັນ, ສິນຄ້າຂາເຂົ້າຕົ້ນຕໍແມ່ນໝາກກ້ວຍ, ໝາກຖົ່ວລຽນ, ໜໍ່ໄມ້ ແລະ ແຮ່ເຫຼັກ. ໝາກຜົນຂອງ “ເສັ້ນທາງຄຳ” ຂອງທາງລົດໄຟຈີນ-ລາວນັບມື້ນັບພົ້ນເດັ່ນ, ໄດ້ຊຸກຍູ້ການ ສ້າງສາການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງຊາດ ກໍ່ຄື ຈີນ ແລະ ລາວ ພາຍໃຕ້ແນວ ຄິດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ເພື່ອສ້າງແຮງບັນດານໃຈເຂົ້າ ໃນການພັດທະນາເຂດດັ່ງກ່າວໃຫ້ຈະເລີນຮຸ່ງເຮືອງ.
ໃນໄລຍະພັກບຸນກຸດຈີນແຕ່ວັນທີ 10 ຫາວັນທີ 17 ກຸມພານີ້, ເສັ້ນທາງລົດໄຟຈີນ-ລາວ ໃນເຂດສິບສອງພັນນາ ຈໍານວນຜູ້ ໂດຍສານແມ່ນເພີ່ມຂຶ້ນຢ່າງລົ້ນຫລາຍ, ສະຖານີສິບສອງພັນນາໄດ້ຂົນສົ່ງຜູ້ໂດຍສານ 422.829 ຄົນ. ໃນວັນທີ 12 ການຂົນສົ່ງຜູ້ໂດຍສານບັນ ລຸ 52.200 ຄົນ, ລື່ນກາຍສະຖິຕິຂົນສົ່ງຜູ້ໂດຍ ສານ 40.000 ຄົນ ໃນວັນທີ 16 ເມ ສາ 2023. ຫລັງຈາກນັ້ນໄດ້ມີສະຖິຕິເພີ່ມຂຶ້ນໃໝ່ຢ່າງຕໍ່ເນື່ອງ ແລະ ໃນວັນທີ 15 ສະຖິຕິສູງສຸດເຖິງ 61.000 ຄົນ.
ໃນວັນທີ 21 ກຸມພານີ້, ຢູ່ເຂດການຮ່ວມມືເສດຖະກິດ ຈີນ -ລາວ ບໍ່ເຕ່ນ-ບໍ່ຫານ ໄດ້ຈັດກອງປະຊຸມຫົວຂໍ້ພິເສດ ເພື່ອຖ່າຍ ທອດເຜີຍແຜ່ ແລະ ຖອດຖອນບົດຮຽນຈາກນ້ຳ ໃຈກອງປະຊຸມຄັ້ງທີ 6 ຂອງຄະນະໜ່ວຍງານນຳພາວຽກງານຊຸກຍູ້ພັດທະນາສ້າງສາຕົວເມືອງດ່ານສາກົນບໍ່ຫານຂອງນະຄອນຄຸນໝິງ. ກອງປະຊຸມໄດ້ວາງແຜນຜັນຂະຫຍາຍວຽກງານ ປີ 2024, ບັນດາກົມກອງໄດ້ຕັ້ງໜ້າຜັນຂະຫຍາຍປະຕິບັດພາລະກິດ ກໍຄື ໜ້າທີ່ຂອງຕົ້ນ, ເລັ່ງລັດຊຸກຍູ້ບັນດາວຽກງານຕ່າງໆ ເພື່ອພະຍະຍາມສູ້ຊົນບັນລຸການສ້າງສາຕົວເມືອງ ທີ່ມີນິເວດທີ່ຕັ້ງທີ່ສວຍງາມ, ໜ້າທີ່ຄົບຖ້ວນຮອບດ້ານ, ບັນຍາກາດເສດຖະກິດທີ່ດີ, ເປີດກວ້າງທັນສະໄໝ ແລະ ລັກສະນະສາກົນໃຫ້ໄດ້ໂດຍໄວ.
ຕາມສະຖິຕິຂອງດ່ານພາສີຄຸນໝິງ, ໃນໄລຍະ 9 ປີ ນັບແຕ່ປະເທດຈີນໄດ້ຫັນທິດການສ້າງສູນກາງພັດທະນາມາສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ເຮັດໃຫ້ການຄ້າໃນຂົງເຂດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມູນ ຄ່ານຳເຂົ້າ ແລະ ສົ່ງອອກ ຂອງປີ 2015 ຈາກ 88,66 ຕື້ຢວນ ເພີ່ມຂຶ້ນເຖິງ 125 ຕື້ 780 ລ້ານຢວນໃນປີ 2023, ເພີ່ມຂຶ້ນ 41,9% ອັດຕາສະເລ່ຍການເພີ່ມຕໍ່ປີແມ່ນ 4,5% ແລະ ຂອບ ເຂດປະລິມານການຄ້າ ຮັກສາໄວ້ໃນລະຫວ່າງ 100 ຕື້ຢວນຂຶ້ນ ໄປ ເປັນເວລາ 5 ປີຕໍ່ເນື່ອງ.
ຕາມສະຖິຕິ, ແຕ່ວັນທີ 1 ມັງກອນ ຫາ ວັນທີ 18 ກຸມພານີ້, ປະລິມານການຂົນສົ່ງໂດຍລວມຂອງສະຖານີສູນກາງກຸ່ມບໍລິສັດທາງລົດໄຟຈີນວັງເຈ່ຍຢິງ ຢູ່ເຂດພັດທະນາເສດ ຖະກິດຄຸນໝິງ ເພີ່ມຂຶ້ນ 44% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ລົດຕູ້ຂົນສົ່ງໝາກໄມ້ 241 ຄັນທີ່ໄດ້ຂົນສົ່ງຈາກສະຖານີບໍ່ຫານ ຫາສະຖານນີສູນ ກາງວັງເຈ່ຍຢິງ ເພີ່ມຂຶ້ນ487,80% ເມື່ອທຽບໃສ່ປີກາຍ ແລະ ຂົນສົ່ງສິນຄ້າໄດ້ທັງໝົດ 4.904 ໂຕນ, ທຽບໃສ່ປີກາຍ ເພີ່ມຂຶ້ນ 376,60%; ລົດຕູ້ຂົນສົ່ງຜັກຈາກສະຖານີສູນກາງ ວັງເຈ່ຍຢິງ ທີ່ໄດ້ຂົນສົ່ງເຖິງສະຖານນີບໍ່ຫານ ລວມມີ 112 ຄັນ, ເພີ່ມຂຶ້ນ 489,50% ທຽບໃສປີກາຍນີ້, ປະລີມານການຂົນສົ່ງສິນ ຄ້າ ລວມທັງໝົດ 17,759 ໂຕນ, ເພີ່ມຂຶ້ນ 465,20% ທຽບໃສ່ປີກາຍນນີ້.







