ຫວ່າງມໍ່ໆ ມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກຍູ້ການຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດ ທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນ ປະໂຫຍດລະຫວ່າງ ສອງປະເທດ, ເລັ່ງລັດການພັດທະນາຢູ່ໃນພາກພື້ນຊາຍແດນຂອງສອງປະເທດ ລາວ ແລະ ຈີນ.
ວັນທີ 5 ມີນານີ້, ທ່ານ ຫຼີເຄີ້ສຽງ, ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ໄດ້ຮ່ວມກັບຄະນະຜູ້ແທນ ແຂວງຢຸນນານ ທົບທົວຄືນບົດລາຍງານວຽກງານຂອງລັດຖະ ບານ. ທ່ານ ຫຼີເຄີ້ສຽງ ກ່າວເນັ້ນວ່າ: ທ່ານເລຂາທິການໃຫຍ່ສີຈິ້ນຜິງ ໄດ້ຕັ້ງຄວາມຫວັງສູງນຳການພັດທະນາຂອງແຂວງຢຸນນານ. ຕ້ອງເຮັດໃຫ້ວຽກງານການພັດທະນາຂະແໜງອຸສາຫະກຳການຜະລິດທີ່ມີເອກກະລັກສະເພາະໃຫ້ໄດ້ດີ, ໂດຍຖືເອົາການກຳນົດໜ້າວຽກຫລັກຂອງພາກສ່ວນລວມເປັນຈຸດເລີ່ມຕົ້ນ, ຢຶດໝັ້ນກັບມາດຕະການປັບຕົວເຂົ້າກັບເງື່ອນໄຂທ້ອງຖິ່ນ ແລະ ນຳໃຊ້ທ່າແຮງຂອງແຕ່ລະພາກສ່ວນຢ່າງເຕັມເມັດເຕັມໜ່ວຍ, ສຸມແຮງພັດທະນາຂະແໜງອຸດສາຫະກຳແບບທັນສະໄໝ, ຂະແໜງການກະສິກຳທີ່ມີລັກສະນະພູພຽງ ແລະ ຂະແໜງການທ່ອງທ່ຽວ. ເປັນເຈົ້າການສ້າງຍີ່ຫໍ້ເປີດສູ່ໂລກພາຍນອກ, ສືບຕໍ່ເພີ່ມທະວີການກໍ່ສ້າງພື້ນ ຖານໂຄງລ່າງ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ເລັ່ງລັດການກໍ່ສ້າງສູນໃຈກາງໃນການສົ່ງຜົນສະທ້ອນການພັດທະນາທີ່ດີ ເພື່ອຫັນໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເອົາໃຈໃສ່ໃນການເຄື່ອນຍ້າຍເຂດອຸດສາ ຫະກຳການຜະລິດຈາກພາກຕາເວັນອອກ ແລະ ຫັນປ່ຽນເພື່ອນຳເອົາທ່າແຮງເຂດທີ່ຕັ້ງເປັນທ່າແຮງໃໝ່ໃນການເປີດປະຕູສູ່ໂລກພາຍນອກໃຫ້ໄດ້ດີຂຶ້ນກວ່າເກົ່າ.
ວັນທີ 6 ມີນານີ້, ກອງປະຊຸມໃຫຍ່ທົ່ວປະເທດປີ 2024 ໄດ້ເຜີຍແຜ່ບົດຄວາມ “ໂດຍອິງໃສ່ການພັດທະນາແບບກ້າວກະໂດດທາງດ້ານຄຸນນະພາບສູງ ເພື່ອຊີ້ໃຫ້ເຫັນເຖິງຄວາມທັນສະໄໝແບບ ສປ ຈີນ ຂອງ ແຂວງຢຸນນານ” ໂດຍການລົງນາມຂອງ ທ່ານ ວາງນິງ, ເລຂາທິ ການພັກແຂວງຢຸນນານ, ຫົວໜ້າຄະນະປະຈຳສະພາປະຊາຊົນແຂວງຢຸນນານ, ບົດຄວາມໄດ້ຂຽນວ່າ: ຖ້າຫາກແຂວງຢຸນນານ ຕ້ອງການພັດທະນາເສດຖະກິດ ຕ້ອງນຳໃຊ້ຄວາມໄດ້ປຽບທາງດ້ານທີ່ຕັ້ງຂອງຕົນ ແລະ ການເປີດປະຕູສູ່ພາຍນອກ. ພວກຂ້າພະເຈົ້າ ຕັ້ງໜ້າຮັບໃຊ້ ເພື່ອເຊື່ອມໂຍງເຂົ້າກັບການຮ່ວມມືກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໂດຍສຸມໃສ່ການດຳເນີນວຽກງານຂອງທາງລົດໄຟຈີນ-ລາວ ແລະ ການພັດ ທະນາຢ່າງຮອບດ້ານລຽບຕາມເສັ້ນທາງດັ່ງກ່າວ, ເຄື່ອນຍ້າຍອຸດ ສາຫະກຳການຜະລິດຢ່າງຕັ້ງໜ້າ, ເພີ່ມທະວີການການຮ່ວມມືແລກປ່ຽນກັບປະເທດບ້ານໃກ້ເຮືອນຄຽງ. ສືບຕໍ່ວຽກງານສ້າງສູນໃຈກາງເຜີຍແຜ່ການພັດທະນາໃຫ້ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ຕ້ອງເລັ່ງລັດການກໍ່ສ້າງຊ່ອງທາງຜ່ານຂະໜາດໃຫຍ່ທັງພາຍໃນ ແລະ ຕ່າງປະເທດໃຫ້ດີ, ນຳໃຊ້ການເປີດກວ້າງການເຊື່ອມໂຍງເຂົ້າກັນ ເຊັ່ນ: “ເຂດສູນກາງ ແລະ ແຂວງຢຸນນານ + ທາງລົດໄຟຈີນ-ລາວ + ເຂດອຸດສາຫະກຳບໍ່ເຕ່ນ-ບໍ່ຫານ + ເຂດອຸດສາ ຫະກຳ ” ສຸມໃສ່ຕົວແບບການຮ່ວມມືທາງລົດໄຟຈີນ-ລາວ ແລະ ຕົວແບບການຮ່ວມມືຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີລັກສະນະພັດທະນາແບບສີຂຽວ, ຕົວແບບຂອງການພັດທະນາແບບເພື່ອນບ້ານໃກ້ເຮືອນຄຽງທີ່ດີໃຫ້ຄວາມປອດໄພ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ຕາມເສັ້ນຊາຍແດນ.
ໃນຊຸມປີມໍ່ໆ ມານີ້, ສູນປົກປັກຮັກສາຊັບສິນທາງປັນຍາຄຸນໝິງໄດ້ເປັນເຈົ້າການໃຫ້ ການບໍລິການ ເພື່ອສ້າງການພັດທະນາແບບໃໝ່ໃຫ້ແກ່ບໍ່ຫານ ເຮັດໃຫ້ການຂໍອະນຸມັດລິຄະສິດໃນການເປີດຊ່ອງທາງຄວາມໄວສູງຫລຸດເວລາໃນການອະນຸມັດໃຫ້ສັ້ນລົງໄດ້ຫຼາຍກວ່າ 90%. ຫົວໜ່ວຍວິສາຫະກິດ ແລະ ຫົວໜ່ວຍວິສາຫະກິດໃໝ່ຂອງບໍ່ຫານສາມາດໄດ້ຮັບການບໍລິການກວດ ສອບໃບຄໍາຮ້ອງຜ່ານປະຕູດຽວຂອງສູນປົກປ້ອງຊັບສິນທາງປັນຍາຄຸນໝິງ.
ເມື່ອບໍ່ດົນມານີ້, ໃບຄຳຮ້ອງເພື່ອຍື່ນຂໍອະນຸມັດລິຄະສິດ ໂມເດວການນຳໃຊ້ແບບໃໝ່ ຂອງບໍ່ຫານໄດ້ຮັບການມອບສິດຈາກລັດຖະບານ, ຊຶ່ງໃຊ້ເວລາພຽງ 7 ວັນ, ໄດ້ເປັນຂີດໝາຍສະແດງໃຫ້ເຫັນເຖິງການບຸກທະລຸຈາກຕົວເລກຫົວໜ່ວຍ “ສູນ” ຂອງການສູ້ຊົນໃຫ້ໄດ້ຮັບລິຄະສິດຊັບສິນທາງເປັນຍາຢ່າງໄວວາຂອງບໍ່ຫານ. ນັບແຕ່ສູນປົກປັກຮັກສາຊັບສິນທາງປັນຍາຄຸນໝິງໄດ້ສ້າງຕັ້ງ “ສູນປົກປັກຮັກສາຊັບສິນທາງປັນຍາຄຸນໝິງສາຂາບໍ່ຫານ” ໃນເດືອນຕຸລາ 2023 ເປັນຕົ້ນມາ, ໄດ້ສະໜອງການບໍລິ ການຕ່າງໆ ໃຫ້ແກ່ວິສາຫະກິດຫຼາຍກວ່າ 100 ຄັ້ງ.
ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດທົດ ລອງການຄ້າເສລີນະຄອນຄຸນໝິງ) ຈະນຳໃຊ້ສະຫະພັນຊັບສິນທາງປັນຍາອຸດສາຫະກຳການຜະລິດ 04 ແຫ່ງ ເປັນຈຸດເລີ່ມຕົ້ນໃນປີນີ້ ເພື່ອສ້າງຄວາມເຂັ້ມແຂງໃນການເຊື່ອມຕໍ່ລະຫວ່າງບັນດາສະຫະພັນອຸດສາຫະກຳ ແລະ ມະຫາວິທະຍາໄລ ແລະ ສະຖາບັນ ຄົ້ນຄວ້າວິທະຍາສາດ, ລຸລວງຊ່ອງທາງການສະໜອງເຕັກໂນໂລຢີ ແລະ ສົ່ງເສີມການປະຕິບັດການອະນຸຍາດໂອນລິຄະສິດ, ການລົງ ທຶນຈຳນຳທາງດ້ານຊັບສິນທາງປັນຍາ, ການ ແນະນໍາລິຄະສິດ ແລະ ວຽກງານອື່ນໆ.
ວັນທີ 2 ມີນານີ້, ໜັງສືພິມປະຊາຊົນໄດ້ຍ້ອງຍໍທາງລົດໄຟຈີນ-ລາວ. ນັບແຕ່ການເປີດເສັ້ນທາງລົດໄຟ ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານເກືອບ 29 ລ້ານຄົນ ແລະ ຂົນສົ່ງສິນຄ້າໄດ້ກວ່າ 33 ລ້ານໂຕນ, ຄວາມສາມາດຂົນສົ່ງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ກາຍເປັນເສັ້ນທາງຄຳສາກົນຂະໜາດໃຫຍ່ໃນການເຊື່ອມຕໍ່ພາຍໃນແລະ ພາຍນອກຂອງຈີນ, ສາມາດເຜີຍແຜ່ຊຸກຍູ້ການພັດທະນາໄປສູ່ເຂດອ້ອມ ຂ້າງ, ສະໜອງການຊ່ວຍເຫຼືອທາງດ້ານເສດຖະກິດເຊິ່ງກັນ ແລະ ກັນ ລະຫວ່າງ 2 ຝ່າຍ ແລະ ມີຄວາມປອດໄພຢ່າງມີປະສິດທິ ພາບ. ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ທາງລົດໄຟລາວ-ຈີນບັນລຸໄດ້ຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ແລະ ມີບົດ ບາດອັນໃຫຍ່ຫຼວງໃນການຊຸກຍູ້ການເຊື່ອມຈອດ ແລະ ເພີ່ມທະວີການແລກປ່ຽນດ້ານເສດຖະກິດການຄ້າໃນພາກພື້ນ, ທັງເປັນການຊຸກຍູ້ການພັດທະນາເສດຖະກິດຕາມແລວເສັ້ນທາງລົດໄຟ. ບັນນາທິການໜັງສືພິມວຽງຈັນທາມສ໌ ໄດ້ລາຍງານວ່າ: ທາງລົດໄຟລາວ-ຈີນ “ເປັນຄວາມຄາດຫວັງທີ່ຈະຊຸກຍູ້ຂະແໜງການທ່ອງທ່ຽວຂອງລາວຂຶ້ນສູ່ລະດັບໃໝ່.”
ທາງລົດໄຟຈີນ-ລາວ ໄດ້ເຊື່ອມຕໍ່ນະຄອນຄຸນໝິງ, ເມືອງຢູ້ສີ່, ເມືອງປູ່ເຍີດ ແລະ ເຂດສິບສອງພັນນາ ຂອງຈີນ ກັບນະ ຄອນຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ອື່ນໆໃນ ປະເທດລາວ. ນັບແຕ່ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ, ການທ່ອງທ່ຽວ, ການໄປຢາມຄອບຄົວ ແລະ ການຂົນສົ່ງສິນຄ້າຂອງເສັ້ນທາງລົດ ໄຟ ເພີ່ມຂື້ນຢ່າງຕໍ່ເໜື່ອງ. ຮູບແບບການຂົນສົ່ງໃໝ່ ຂອງ “ທາງລົດໄຟຈີນ-ລາວ+ທາງລົດໄຟຈີນ-ເອີລົບ” ໄດ້ເຮັດໃຫ້ເວລາການຂົນສົ່ງວັດຖຸສິນຄ້າສາກົນຫລຸດລົງເຫລືອພຽງແຕ່ 15 ວັນ, ຊຸກຍູ້ການເຊື່ອມຕໍ່ກັນຢ່າງມີປະສິດທິພາບ ເພື່ອປະ ກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ການທ່ອງ ທ່ຽວ, ຊຸກຍູ້ການຂະຫຍາຍຕົວ ແລະ ຍົກລະດັບຂະແໜງການຕ່າງໆ ຂອງອຸສາຫະກຳການຜະລິດ ຢ່າງວ່ອງໄວ. ເລັ່ງລັດການພັດທະນາຊັບພະຍາກອນ ແລະ ການແລກປ່ຽນເສດຖະກິດການຄ້າໃຫ້ມີບົດບາດສໍາຄັນໃນດ້ານອື່ນໆ ຊຶ່ງຈະນໍາເອົາກາລະໂອກາດ ແລະ ຜົນປະໂຫຍດຕົວຈິງມາສູ່ວິສາຫະກິດ ແລະ ປະຊາຊົນໃນບັນດາປະເທດຕ່າງໆ.






