ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍ່ແກ້ວ ປະກາດອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວນັກໂທດ 49 ຄົນ

Dec 17, 2024

ແຂວງບໍ່ແກ້ວ ປະກາດການໃຫ້ອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບ ຮອບ 49 ປີ ໄດ້ຈັດຂຶ້ນໃນວັນທີ 16 ທັນວາຜ່ານມານິ້ ທີ່ຄ້າຍຂຸມຂັງ-ດັດສ້າງແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ຄໍານວນ ກ້ອນ ກຳມະການພັກແຂວງ ຮອງປະທານຄະນະກຳມະ ການອະໄພຍະໂທດລະດັບແຂວງ ຫົວໜ້າອົງການໄອຍະການປະ ຊາຊົນແຂວງບໍ່ແກ້ວ.
ທ່ານ ພັອ ປັນຍາ ແສງວິຈິດ ຄະນະກຳມະການອະໄພຍະໂທດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຜ່ານລັດ ຖະດໍາລັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2024 ຄົບຮອບ 49 ປີ. ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກດຳລັດ ຕົກລົງໃຫ້ອະໄພຍະໂທດແກ່ນັກໂທດທົ່ວປະເທດມີຈໍານວນ 2,716 ຄົນ ຍິງ 357 ຄົນ, ຄົນຕ່າງປະເທດ 26 ຄົນ ຍິງ 4 ຄົນ.
ສຳລັບ ແຂວງບໍ່ແກ້ວ ມີບັນຊີສະເໜີຂໍອະໄພຍະໂທດຫຼຸດຜ່ອນໂທດ ມີຈໍານວນ 51 ຄົນ ຍິງ 13 ຄົນ. ໃນນິ້, ຜູ້ທີ່ມີເງື່ອນ ໄຂໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ຈໍານວນ 49 ຄົນ ຍິງ 13 ຄົນ, ຂໍ້ຫາຢາເສບຕິດ 48 ຄົນ ຍິງ 13 ຄົນ, ຂໍ້ຫາທົ່ວໄປ 1 ຄົນ, ໄດ້ເງື່ອນໄຂອະໄພຍະໂທດປ່ອຍຕົວມີ 14 ຄົນ ຍິງ 4 ຄົນ, ຂໍ້ຫາຢາເສບຕິດ 10 ຄົນ ຍິງ 3 ຄົນ, ຂໍ້ຫາທົ່ວໄປ 4 ຄົນ ຍິງ 1 ຄົນ.
ທ່ານ ຄໍານວນ ກ້ອນ ໄດ້ເນັ້ນໜັກໃຫ້ນັກໂທດແຕ່ລະຄົນ ຜູ້ທີ່ໄດ້ຮັບການຜ່ອນໂທດ ແລະ ຜູ້ທີ່ບໍ່ໄດ້ຜ່ອນໂທດ ຈົ່ງເປັນເຈົ້າ ການສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ປະຕິບັດກົດລະບຽບຂອງຄ້າຍຂຸມຂັງ-ດັດສ້າງ ແລະ ລະບຽບກົດໝາຍຂອງພັກ-ລັດວາງອອກຢ່າງເຂັ້ມງວດ. ເພື່ອສ້າງຕົນເອງໃຫ້ກາຍ ເປັນພົນລະເມືອງທີ່ດີ, ມີຄວາມກ້າວໜ້າ ເພື່ອໃຫ້ໄດ້ຮັບນະໂຍ ບາຍການອະໄພຍະໂທດໃນປີຕໍ່ໄປ.
ສໍາລັບນັກໂທດຜູ້ທີ່ໄດ້ຮັບອະໄພຍະໂທດປ່ອຍຕົວພາຍຫຼັງພົ້ນໂທດ ແລະ ຖືກປ່ອຍຕົວແລ້ວ ຈົ່ງປະຕິບັດຕົນໃຫ້ກາຍເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງຊາດ, ຕັ້ງໜ້າພັດ ທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ຫ້າມໄປເຄື່ອນໄຫວສິ່ງທີ່ບໍ່ດີທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ ແລະ ປະກອບສ່ວນວຽກງານພາຍ ໃນບ້ານ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃຫ້ຈະເລີນກ້າວໜ້າ.
ຂ່າວ: ເງິນຫຼົງ ຈິດພູວົງ