ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍ່ແກ້ວ ສຸມໃສ່ 6 ແຜນວຽກສໍາຄັນເພື່ອແກ້ໄຂບັນຫາຢາເສບຕິດ

Nov 13, 2024

ແຂວງບໍ່ແກ້ວ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບ ຕິດພັນກັບ 2 ວາລະແຫ່ງຊາດ ແຕ່ປີ 2021-2024 ແລະ ທິດທາງແຜນການປີ 2024-2025 ຈັດຂຶ້ນໃນວັນທີ 12 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງເຈົ້າແຂວງໆບໍ່ແກ້ວ ທັງເປັນຫົວໜ້າຄະນະກຳມະ ການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ. ມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍບັນດາຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ, ແລະ ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.
ໃນກອງປະຊຸມ ຜູເຂົ້າຮ່ວມ ດ້ປະກອບຄຳຄິດຄຳເຫັນ ໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕິດພັນກັບແຜນດຳເນີນງານວາລະແຫ່ງຊາດ ໂດຍສະເພາະແຜນແມ່ບົດໃນການແກ້ໄຂບັນຫາຢາເສບຕິດ ທີ່ເປັນສິ່ງທ້າທາຍທຸກບັນຫາໃນສັງຄົມ, ພ້ອມນີ້, ບັນດາຄະນະກຳມະການ ແກ້ໄຂບັນຫາຢາເສບຕິດທຸກຂັ້ນ ເປັນເອກະພາບກັນສຸມໃສ່ແກ້ບັນຫາຕ່າງໆຕາມ 6 ແຜນວຽກຈຸດສຸມ ເປັນຕົ້ນ ການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍ ທີ່ກ່ຽວ ຂ້ອງກັບບັນຫາຢາເສບຕິດ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີການເມືອງ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳໃນການຈັດຕັ້ງປະຕິບັດຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດ, ປັບປຸງຂີດຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າ ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳ ການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດຂອງຕົນຮັບຜິດຊອບຢ່າງຕັ້ງໜ້າ.
ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ເນັ້ນໃຫ້ຄະນະກຳມະການ ແກ້ໄຂບັນຫາຢາເສບຕິດທຸກຂັ້ນ ຈົ່ງພ້ອມກັນເປັນເຈົ້າການ ໃນການປັບປຸງແຜນແມ່ບົດ ໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ປອດຈາກຢາເສບຕິດ ແລະ ມີຄວາມສະຫງົບປອດໄພ, ຊຶ່ງສິ່ງສຳຄັນແມ່ນເອົາໃຈໃສ່ຕິດຕາມ ການລັກລອບຄ້າ-ຂາຍເຖື່ອນທີ່ເປັນຜິດກົດໝາຍ, ເພີ່ມກຳລັງແຮງທຸກດ້ານ ໂດຍສຸມໃສ່ໃນການແກ້ ໄຂ ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ເນັ້ນໃສ່ຈຸດສຸມຂອງແຂວງ ໃນການຕ້ານ ແລະ ສະກັດກັ້ນ-ອັດປ່ອງຂ້າມລອຍ, ເພີ່ມຄວາມເອົາໃຈໃສ່ແກ້ໄຂທຳລາຍ ທັບມ້າງກຸ່ມຄ້າ-ຂາຍເຖື່ອນ ແລະ ອື່ນໆ.
ຂ່າວ: ບຸນຈັນ ມະນີໄຊ