ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍ່ແກ້ວ ເຊື່ອມຊຶມແຜນສະກັດກັ້ນອັດປ່ອງຂ້າມລ່ອຍ ແກ້ໄຂບັນຫາຢາເສບຕິດ

Nov 22, 2024

ກອງປະຊຸມເຊື່ອມຊຶມແຜນການສະກັດກັ້ນອັດປ່ອງຂ້າມລອຍ ແກ້ໄຂບັນຫາຢາເສບຕິດ, ການລັກລອບປູກຝິ່ນ ແລະ ອື່ນໆ ຈັດຂຶ້ນໃນວັນທີ 19 ພະຈິກ 2024 ທີ່ສູນບັນຊາການທະ ຫານແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະ ຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການທະຫານເມືອງ, 3 ກອງພັນນ້ອຍ, ກອງຮ້ອຍເອກກະ ລາດ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນຕີ ນິລັນ ຈັນທະວົງ ຫົວໜ້າພະແນກແຜນການສັງລວມ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ສະຫລຸບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການທະຫານແຂວງ ໃນປີ 2021-2024, ຊຶ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດເປັນກົກ ສອດຫ້ອຍໄປທຸກຂົງເຂດວຽກງານຂອງແຕ່ລະກົມກອງ ໂດຍໄດ້ຈັດຕັ້ງເຊື່ອມຊຶມຜັນຂະຫາຍ ບັນດາມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ເຊື່ອມຊຶມບັນດາເອກະສານມູນເຊື້ອ ຂອງພັກ, ຂອງຊາດ, ຂອງກອງທັບໂດຍສະ ເພາະ ແຜນການ ແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການຕ້ານ, ສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ແລະ ແຜນການສະກັດກັ້ນ, ທໍາລາຍການປູກຝິ່ນ ຂອງກອງບັນຊາການທະຫານແຂວງ ສາມາດສະກັດກັ້ນອັດປ່ອງຂ້າມລອຍຂອງກຸ່ມຄົນບໍ່ດີ ແລະ ການລັກລອບຂົນສົ່ງຢາເສບຕິດເຊັ່ນ: ກັກຕົວຄົນເຂົ້າ- ອອກເມືອງຜິດກົດໝາຍ 05 ຄັ້ງ ມີ 600 ຄົນ, ໄດ້ສົມທົບກັບເຈົ້າໜ້າທີ່, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ ຕິດຕາມກວດກາການນໍາເຂົ້າສິນຄ້າຕາມຊາຍແດນ ຂອບເຂດຮັບຜິດ ຊອບ ທີ່ມີ ການລັກລອບນໍາເຂົ້າແບບບໍ່ຖືກຕ້ອງເປັນຕົ້ນ ໃຊ້ມ້າເປັນພາຫະນະຕ່າງເຄື່ອງ ຈໍານວນ 03 ຄັ້ງ, 76 ໂຕ, ຢຶດລົດຕ່າງນໍ້າມັນເຖື່ອນ 04 ຄັນ, ນໍ້າມັນ 92.000 ລິດ, ພາຫະນະນໍາເຂົ້າບໍ່ຖືກຕ້ອງ 07 ຄັ້ງ: ມີລົດໃຫຍ່ 103 ຄັນ ໃນນີ້, ມີປະເພດລົດລາຄາແພງຍີ້ຫໍ້ເລັກຊັດ, ແລນໂລເວີ້ຈໍານວນ 44 ຄັນ, ລົດຈັກ 138 ຄັນ, ເຮືອດໍາ 26 ລໍາ, ມ້າງຄະດີຢາເສບຕິດໄດ້ 21 ຄັ້ງ ຢຶດຂອງກາງປະເພດຢາບ້າ 142 ເປົາ, ເທົ່າກັບ 29,7 ລ້ານກວ່າເມັດ, ເຄຕາມິນ 850 ຫໍ່ ເທົ່າກັບ 850 ກິໂລກຣາມ, ແປ້ງຝຸ່ນ 6,2 ກິໂລກຣາມ, ລົດໃຫຍ່ 08 ຄັນ. ເຮືອກາບ 1 ລໍາ, ອາວຸດອີກຈຳນວນໝຶ່ງ, ເງິນບາດ 430.000 ບາດ (279 ລ້ານກວ່າກີບ), ຢຶດການລັກລອບເລື່ອຍໄມ້ເຖື່ອນໄດ້ 02 ຄັ້ງເຊັ່ນ: ຈັກສະຕິນ 05 ເຄື່ອງ, ໄມ້ລ່ຽມ 1.411 ລ່ຽມ, ໄມ້ຕັບ 04 ຕັບ ແລະ ໄມ່ທ່ອນອີກຈໍານວນໜຶ່ງ, ຢຶດອາວຸດລາເນື້ອ 02 ຄັ້ງ ໄດ້ປືນ 236 ກະ ບອກ. ພ້ອມນີ້ ໄດ້ທໍາລາຍສວນຢາຝິ່ນ 13 ຄັ້ງ ມີເນື້ອທີ່ 226,72 ເຮັກຕາ, ທໍາລາຍໄດ້ 133,32 ເຮັກຕາ.
ໂອກາດນີ້, ທ່ານ ພັນເອກ ທອງໄຂ ສີຍາລາດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພາຍຫລັງໄດ້ຮັບຄໍາສັ່ງແນະ ນຳ ແລະ ຮັບຮູ້ບັນດາແຜນວາລະແຫ່ງຊາດແລ້ວ ໃຫ້ຮີບຮ້ອນຄົ້ນຄວ້າ, ມີແຜນການຈັດຕັ້ງເຜີຍແຜ່ຢ່າງລະອຽດ, ຈັດຕັ້ງຄະນະຮັບຜິດຊອບຊີ້ນຳເຜີຍແຜ່ໃຫ້ພະນັກງານ-ນັກຮົບ ໃນທົ່ວອົງການ, ກົມກອງຂອງຕົນ ໂດຍຈັດຕັ້ງເປັນຫລາຍຊຸດ, ຫລາຍຂັ້ນໃຫ້ທົ່ວເຖິງທຸກເປົ້າ ໝາຍ; ເພີ່ມທະວີຄວາມເອົາໃຈໃສ່ດຳເນີນມາດຕະການສຶກສາອົບຮົມການເມືອງ- ນຳພາແນວຄິດ ເພື່ອສ້າງຄວາມເປັນເອກະພາບ, ທັດສະນະ, ຄວາມຮັບຮູ້ເຂົ້າໃຈ ແລະ ການກະທຳຕົວຈິງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ ເພື່ອເຮັດໃຫ້ສະພາບໃນຂອບເຂດຂອງຕົນຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ໂດຍສະເພາະ ບັນຫາຢາເສບຕິດ ຈະຕ້ອງໄດ້ເພີ່ມທະວີແກ້ໄຂຢ່າງຮີບດ່ວນ ແລະ ເຂັ້ມງວດ.
ຂ່າວ: ວໍລະສິດ ພິດສະຫາຍ