ອະນຸກໍາມະການປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ກຽມຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີ ຕາເວັນອອກ ສ່ຽງໃຕ້ຂອງສະມາ ຄົມທີ່ນໍາໃຊ້ພາສາຝຣັ່ງ ທີ່ນະຄອນຫຼວງວຽງຈັໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກັນຍາ 2024 ນີ້ ໂດຍວາງກຳລັງ 700 ກວ່ານາຍ ປະຈຳຢູ່ 9 ຈຸດ ເພື່ອຮັບໃຊ້ໃນງານຄັ້ງນີ້.
ທ່ານ ພົນຈັດຕະວາ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ປກສ ນວ) ຫົວໜ້າອະນຸກໍາມະການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນກອງປະຊຸມ ນະຄອນຫຼວງອາຊຽນ ກອງປະ ຊຸມເວທີເຈົ້າຄອງນະຄອນອາຊຽນ ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີ ຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ ໃຫ້ສຳພາດໃນອາທິດຜ່ານມານີ້ວ່າ: ໂດຍປະຕິບັດຕາມຈິດໃຈຊີ້ນໍາຂອງຂັ້ນເທິງ ກໍຄືອານຸກໍາມະການປ້ອງກັນຂັ້ນກະຊວງປ້ອງກັນຄວາມສະຫງົບເວົ້າລວມເວົ້າສະເພາະອະນຸກໍາມະການປ້ອງກັນຄວາມສະ ຫງົບ ຄວາມເປັນລະບຽບ ຮຽບຮ້ອຍຂັ້ນນະຄອນຫຼວງວຽງຈັນ ເຊິ່ງແມ່ນຂອບເຂດພື້ນທີ່ຈັດກອງປະຊຸມ ຄະນະອະນຸກຳມະການພວກເຮົາໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເສນາຊ່ວຍວຽກ ເພື່ອກະ ກຽມສ້າງເປັນແຜນ ການໃນນາມອານຸກໍາມະການປ້ອງກັນຄວາມ ສະຫງົບ ຄວາມເປັນລະບຽບຮຽບຮ້ອຍໄດ້ມີການກະກຽມກຳລັງເພື່ອລົງປະ ຈຳຈຸດປ້ອງກັນໂດຍອີງໃສ່ບົດຮຽນ ປະສົບການ ແລະ ຜົນສໍາເລັດໃນການປ້ອງກັນກອງປະຊຸມສາກົນ ແລະ ງານສໍາຄັນຕ່າງໆຂອງຊາດໃນບັ້ນປ້ອງກັນໃນໄລຍະຜ່ານມາ.
ຄາດໝາຍ ແລະ ໜ້າທີ່ຕົ້ນຕໍຂອງອະນຸກຳມະການປ້ອງກັນຄວາມສະຫງົຄວາມເປັນລະບຽບຮຽບຮ້ອຍໃນກອງປະຊຸມໃນຊ່ວງໄລຍະການກະກຽມ ແລະ ດຳເນີນກອງປະຊຸມດັ່ງກ່າວ ແມ່ນທຸກເຫຼົ່າຮົບຂອງກອງບັນຊາການປ້ອງກັນຄວາມສະຫງົບ ສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງໃນນັ້ນມີກຳລັງ ປກຊ-ປກສ ຈາກສູນກາງ ແລະ ກອງບັນ ຊາການທະຫານນະ ຄອນຫຼວງວຽງຈັນ ໃນການເຄື່ອນໄຫວເຮັດວຽກງານປ້ອງກັນຄວາມສະຫງົບ ຄວາມ ເປັນລະບຽບຮຽບຮ້ອຍຢູ່ໃນກອງປະຊຸມ ແລະ ໃນທົ່ວນະຄອນ ຫຼວງວຽງຈັນ ຮັກສາຄວາມປອດໄພໃຫ້ແກ່ການນໍາ ແລະ ແຂກຜູ້ແທນທີ່ມາເຂົ້າ ຮ່ວມກອງປະຊຸມໂດຍເລີ່ມຈາກໜ້າວຽກງານຈັດສັນຄວາມເປັນລະບຽບຕາມເສັ້ນ ທາງ ການລະບາຍການສັນຈອນນັບແຕ່ມື້ທີ່ຄະ ນະຜູ້ແທນເດີນທາງມາຮອດນະຄອນຫຼວງວຽງຈັເພື່ອຮັບປະກັນໃຫ້ການເດີນທາງມີຄວາມສະດວກໂລ່ງລ່ຽນ-ປອດໄພ ປ້ອງກັນສະຖານທີ່ພັກເຊົ ສະຖານທີ່ທ່ຽວຊົມ ຕະຫຼອດຮອດສະຖານທີ່ຈັດກອງປະຊຸມຕ້ອງມີຄວາມສະ ຫງົບ-ປອດ ໄພ 100% ແລະ ຍັງມີບັນດາໜ້າວຽກປິ່ນອ້ອມອື່ນໆທີ່ຂື້ນກັບຄວາມຮັບຜິດຊອບຂອງກຳລັງປ້ອງກັນຄວາມສະ ຫງົບນະຄອນຫຼວງວຽງຈັນຕື່ມອີກ.
ກໍາລັງທີ່ເຂົ້າຮ່ວມໃນການປ້ອງກັນກອງປະຊຸມຄັ້ງນີ້ປະກອບມີຄະນະຊີ້ນໍາ-ບັນຊາລວມ ກອງເສນາຊ່ວຍວຽກ ມີກໍາລັງວິຊາສະ ເພາະຂອງບັນດາກົມອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບລວມທັງໝົດ 700 ກວ່າທ່ານ ເພື່ອຮັກສາຄວາມສະຫງົບ -ປອດໄພຢູ່ພື້ນທີ່ການເຄື່ອນໄຫວຂອງແຂກທີ່ມາເຂົ້າຮ່ວມກອງປະຊຸມເປັນຕົ້ນແມ່ນຈຸດພັກເຊົາ ສະຖານທີ່ຈັດກອງປະຊຸມ ແລະ ສະຖານທີ່ທ່ຽວຊົມ ນອກນັ້ນ ກອງບັນ ຊາການທະຫານ ນະ ຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນເປັນອັນສະເພາະຕາມໜ້າທີ່ພາລະບົດບາດຂອງກອງທັບ.
ທີ່ມາ: ວຽງຈັນໃໝ່



