ໃນຕອນເຊົ້າວັນທີ 2 ພຶດສະພາ 2024, ກອງບັນຊາການ ປກສ ນະຄອນປາກເຊ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບຄະດີຄາດຕະກຳຢູ່ບ້ານຄອນໄຫຼ ຄຸ້ມໜອງຫົວລີງ ນະຄອນປາກເຊ ແຂວງຈຳປາສັກ ເພື່ອໃຫ້ສັງຄົມໄດ້ຮັບຊາບກ່ຽວກັບ ເຫດການຄາດຕະກຳໃນຄັ້ງນີ້.
ທ່ານ ພັທ ແກ້ວວຽງໄຊ ອ່ອນໄຊວຽງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 29 ເມສາ 2024 ເວລາ 7:00 ໂມງ, ເຈົ້າໜ້າທີ່ສືບສວນ-ສອບສວນ ພະແນກຕໍາຫຼວດ ປກສ ນະຄອນປາກເຊ ໄດ້ຮັບການລາຍງານຈາກອໍານາດການປົກຄອງບ້ານຄອນໄຫຼ ນະຄອນປາກເຊ ແຂວງຈໍາບາສັກ ວ່າ: ມີຄົນເສຍຊີວິດຢູ່ທີ່ບ້ານຄອນໄຫຼ ຄຸ້ມໜອງຫົວລີງ ນະຄອນປາກເຊ ແຂວງຈໍາປາສັກ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ລາຍງານເຫດການດັ່ງກ່າວຕໍ່ຂັ້ນເທິງ ແລະ ໄດ້ຈັດຕັ້ງກຳລັງວິຊາສະເພາະ ພະແນກຕຳຫຼວດ ປກສ ນະຄອນປາກເຊ ປະສານສົມທົບກັບ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈຳປາສັກ, ເຈົ້າໜ້າທີ່ ປກສ ກຸ່ມ 5 ລົງຊັນນະສູດສະຖານທີ່ເກີດເຫດ, ຈຶ່ງພົບເຫັນຜູ້ເສຍຊີວິດຊື່ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ອາຍຸ 64 ປີ ສັນຊາດລາວ (ຂັບລົດສົ່ງຄູບາຮຽນສົງ) ຢູ່ບ້ານຫ້ວຍຍາງຄໍາ ນະຄອນປາກເຊ ແຂວງຈຳປາສັກ ນອນເສຍຊີວິດຢູ່ດິນເປົ່າຫວ່າງ ຫ່າງຈາກເຮືອນທີ່ຜູ້ກ່ຽວພັກເຊົາປະມານ 60 ແມັດ.
ຜ່ານການກວດກາຊັນນະສູດຊາກສົບ ພົບເຫັນຮ່ອງຮອຍບາດແຜທີ່ຖືກຂອງມີຄົມບາດ ຢູ່ຫຼາຍຈຸດ ເຊັ່ນ:
– ຢູ່ຫາງຄິ້ວຊ້າຍ ມີຮອຍເປັນຄອງຫາເທີງຫູເບື້ອງຊ້າຍ ຍາວ 10 ຊັງຕີແມັດ
– ຢູ່ລຸ່ມຕາເບື້ອງຊ້າຍ ມີຮອຍບາດແຜ 0,5 X 0,5 ຊັງຕີແມັດ
– ຢູ່ໂນກແກ້ມຊ້າຍ ມີຮ່ອງຮອຍບາດແຜ 0,3 X 0,8 ຊັງຕີແມັດ ແລະ ບາດແຜ 0,3 X 0,2 ຊັງຕີແມັດ
– ຢູ່ຄໍ ມີຮອຍບາດແຜຂະໜາດ 0,7 X 0,4 ຊັງຕີແມັດ ເລິກ 1 ຊັງຕີແມັດ
– ຢູ່ຄໍເບື້ອງຂວາ ມີຮອຍບາດແຜ 0,3 X 0,2 ຊັງຕີແມັດ ເລິກ 0,3 ຊັງຕີແມັດ
– ຢູ່ຄໍເບື້ອງຊ້າຍ ມີຮອຍບາດແຜ 0,4 X 0,1 ຊັງຕິແມັດ ເລີກ 4 ຊັງຕີແມັດ ຫຼອດລົມຈີກຂາດ
– ຢູ່ໜ້າເອິກ ມີຮອຍບາດແຜຍາວ 20 ຊັງຕີແມັດ
– ຢູ່ຕາມສັນຫຼັງ ມີຮອຍບາດແຜ ຂະໜາດ 0,3 X 0,3 ຊັງຕີແມັດ ເລິກ 1 ຊັງຕີແມັດ ຈຳນວນ 7 ຈຸດ
ຈາກນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ເກັບກຳຂໍ້ມູນຫຼັກຖານ ຢູ່ສະຖານທີ່ເກີດເຫດ, ພະຍານແວດລ້ອມອ້ອມຂ້າງ ເຫັນວ່າ: ການເສຍຊີວິດແມ່ນເກີດຈາກການຄາດຕະກຳ ພ້ອມທັງທ້ອນໂຮມຂໍ້ມູນຫຼັກຖານ ຈຶ່ງສາມາດກຳນົດເປົ້າໝາຍກໍ່ເຫດຄາດຕະກຳ ແລະ ສາມາດກັກຕົວເປົ້າໝາຍໄດ້ ຈຳນວນ 2 ຄົນ ຍິງ 1 ຄົນ ໃນເວລາປະມານ 14:00 ໂມງ ຂອງວັນທີ 29 ເມສາ 2024 ເຊິ່ງໃນນັ້ນມີ:
ນາງ ກູດ ແກ້ວມະນີວົງ ອາຍຸ 68 ປີ ສັນຊາດລາວ ປະຊາຊົນຢູ່ບ້ານຫ້ວຍຍາງຄໍາ ນະຄອນປາກເຊ ແຂວງຈຳປາສັກ ຜູ້ກ່ຽວເປັນເມຍຂອງຜູ້ເສຍຊີວິດ ແລະ ທ້າວ ຂຽດ ແກ້ວມະນີວົງ ອາຍຸ 24 ປີ ສັນຊາດລາວ ປະຊາຊົນຢູ່ບ້ານຫ້ວຍຍາງຄໍາ ນະຄອນປາກເຊ ແຂວງຈຳປາສັກ ຜູ້ກ່ຽວເປັນລູກຂອງຜູ້ເສຍຊີວິດ.
=:>>> ຜ່ານການສືບສວນ-ສອບສວນ, ພວກກ່ຽວໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 28 ເມສາ 2024 ເວລາປະມານ 19:00 ໂມງ, ນາງ ກູດ ໄດ້ຊວນ ທ້າວ ຂຽດ ອອກໄປຖາມເງິນນໍາ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ເງິນປັບໄໝຈາກການຢ່າຮ້າງ ຈຳນວນ 5.000.000 ກີບ ແລະ ເງິນທີ່ຈະຂາຍລົດຮຸນໄດທີ່ເປັນສິນສົມສ້າງ.
ພວກກ່ຽວ ແມ່ນຢູ່ບ້ານຫ້ວຍຍາງຄໍາ ໄປຫາ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ຢູ່ເຮືອນ ທີ່ບ້ານຄອນໄຫຼ, ເມື່ອໄປຮອດເຮືອນຂອງ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ຜູ້ເສຍຊີວິດ, ພວກກ່ຽວໄດ້ຈອດລົດຈັກຢູ່ໜ້າເຮືອນ ແລ້ວ ນາງ ກູດ ກັບ ທ້າວ ຂຽດ ກໍໄດ້ພາກັນລົງຈາກລົດຈັກຍ່າງເຂົ້າໄປໃນເຮືອນ ເພື່ອໄປຖາມເອົາ ເງິນນຳ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ແຕ່ ທ້າວ ສຸລິຍາ ແກ້ວມະນີ ວົງ (ກິ) ຕອບວ່າ ບໍ່ມີເງິນ.
ຈາກນັ້ນ, ທັງ 2 ຄົນ ກໍມີການຜິດຖຽງກັນ ແລ້ວ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ໄດ້ຈັບເອົາເຫຼັກກ່ຽວ ຍາວປະມານ 70 ຊັງຕີແມັດ ຈຳນວນ 1 ດວງ ຂຶ້ນມາພັນໃສ່ ນາງ ກູດ ແຕ່ຟັນບໍ່ຖືກ ນາງ ກູດ ຈຶ່ງໄດ້ຮ້ອງໃຫ້ ທ້າວ ຂຽດ ຜູ້ເປັນລູກເຂົ້າມາຊ່ວຍ, ເມື່ອ ທ້າວ ຂຽດ ແນມເຫັນເຫດການຄືແນວນັ້ນ ທ້າວ ຂຽດ ຈຶ່ງເກີດມີຄວາມຢາກຮ້າຍ ຜູ້ກ່ຽວຈຶ່ງແລ່ນເຂົ້າມາຍູ້ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ຜູ້ເປັນພໍ່ອອກ, ແລ້ວ ທ້າວ ຂຽດ ໄດ້ຈົກເອົາມີດດ້າມສີຂຽວ ຍາວປະມານ 20 ຊັງຕີແມັດ ຈຳນວນ 1 ດວງ ອອກມາຈາກຖົງໂສ້ງ ແລ້ວໃຊ້ມີດແທງ ແລະ ຟັນໃສ່ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ຜູ້ເປັນພໍ່ຫຼາຍບາດ. ຈາກນັ້ນ, ໄດ້ໃຊ້ມີດປາດຄໍ 1 ບາດ, ເຮັດໃຫ້ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ໄດ້ແລ່ນຫຼົບໜີ ເພື່ອໄປຂໍຄວາມຊ່ວຍເຫຼືອຈາກຄົນຢູ່ອ້ອມຂ້າງ ເມື່ອແລ່ນໄປໄດ້ປະມານ 60 ແມັດ ຈຶ່ງລົ້ມລົງຢູ່ຂ້າງສວນຂອງຜູ້ກ່ຽວ ແລ້ວເສຍຊີວິດໃນເວລາຕໍ່ມາ.
ສ່ວນສາເຫດ ແລະ ແຮງຈູງໃຈໃນການຄາດຕະກຳ ຄັ້ງນີ້:
1. ເກີດຈາກຂໍ້ຂັດແຍ່ງພາຍໃນຄອບຄົວ
2. ເກີດຈາກຄວາມຄຽດແຄ້ນຂອງ ທ້າວ ຂຽດ ຜູ້ເປັນລູກ ທີ່ໄດ້ເຫັນ ທ້າວ ສຸລິຍາ ແກ້ວມະນີວົງ (ກິ) ຜູ້ເປັນພໍ່ ລົງມືທຳຮ້າຍຮ່າງກາຍ ນາງ ກູດ ຜູ້ເປັນແມ່, ທ້າວ ຂຽດ ຈຶ່ງໄດ້ລົງມືຄາດຕະກຳຜູ້ເປັນພໍ່ໃນຄັ້ງນີ້
ທີ່ມາ: ຄວາມສະຫງົບລາວ





