ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກ​ສ ນະ​ຄອນໄກ​ສອນ ພົມວິຫານ ກັກຕົວຜູ້ຖືກຫາໄດ້ 1 ຄົນ ພ້ອມຂອງກາງໃບກະທ້ອມດິບ ຈຳນວນ 8 ເປົາ

Dec 25, 2024

ປກ​ສ ນະ​ຄອນໄກ​ສອນ ພົມວິຫານ ກັກຕົວຜູ້ຖືກຫາໄດ້ 1 ຄົນ ພ້ອມຂອງກາງໃບກະທ້ອມດິບ ຈຳນວນ 8 ເປົາ
ໃນເວລາ 16 ໂມງຂອງວັນທີ 20 ທັນວາ 2024, ໜ່ວຍງານວິຊາສະເພາະ ປກສ ນະຄອນ ໄກສອນພົມວິຫານ ແຂວງສະ ຫວັນນະເຂດ ໄດ້ຮັບລາຍງານຈາກພົນລະເມືອງດີວ່າຢູ່ຈຸດເຮືອນ ທ້າວ ເອກອະໄພ ຫຼື ລີ້ ອາຍຸ 26 ປີ ອາຊີບ ຄ້າຂາຍ ບ້ານ ໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ຄ້າຂາຍໃບກະທ້ອມດິບ ແລະ ນ້ຳຢາດີໄອ ( ດີທິດຊິນ ), ມາຮອດເວລາ 17 ໂມງຂອງວັນດຽວກັນ ທາງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ຕິດ ປກສ ນະຄອນ ຈື່ງໄດ້ເຂົ້າກັກຕົວຜູ້ກ່ຽວ ຈາກນັ້ນຈິ່ງໄດ້ປະ ສານສົມທົບກັບອໍານາດການປົກຄອງບ້ານ ໂພນສະຫວ່າງໃຕ້ ແລະ ເຈົ້າໜ້າທີ່ຕຳຫຼວດ ປກສ ກຸ່ມບ້ານທີ 04 ເພື່ອທຳການກວດຄົ້ນເຄຫະສະຖານ (ເຮືອນ) ຂອງຜູ້ກ່ຽວດັ່ງກ່າວ ຈິ່ງພົບເຫັນຂອງກາງໃບກະທ້ອມດິບ ຈຳນວນ 8 ເຜົາ ແລະ ນ້ຳຢາດີໄອດີທິດຊິນ ຈຳນວນ 535 ແກັດ
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ວ່າ ຜູ້ຖືກຫາຊື່: ທ້າວ ເອກອະໄພ ຫຼື ລີ້ ອາຍຸ 26 ປີ,ອາຊີບຄ້າ ຂາຍ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນ ໄກສອນ ພົມວິຫານ ຜູ້ກ່ຽວໄດ້ຮັບສາລະພາບຕື່ມອີກວ່າ ໃບກະທ້ອມດິບ ແລະ ນ້ຳຢາດີໄອດີທິດຊິນ ຈຳນວນດັ່ງກ່າວແມ່ນເປັນຂອງຕົນແທ້ ໄດ້ສັ່ງຊື້ມາຈາກພໍ່ຄ້າຄົນໜື່ງທີ່ນຳເຄື່ອງມາຈາກປະເທດເພື່ອນບ້ານ ໂດຍຝາກມານຳລົດຂົນສົ່ງສິນຄ້າ (ບໍ່ຮູ້ປ້າບທະບຽນ) ແລ້ວມາລົງຢູ່ສາງມ້ຽນເຄື່ອງແຫ່ງໜື່ງ ຂອບເຂດບ້ານ ອຸດົມວິໄລ ນະຄອນໄກສອນ ພົມວິຫານ.ແລະ ລວມເຄື່ອງຂອງກາງທັງໝົດທີ່ເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນ ຢຶດໄດ້ໃນຄັ້ງນີ້ ຄື: ໃບກະ ທ້ອມດິບ ຈຳນວນ 235 ກິໂລກຣາມ, ນໍ້າຢາດີໄອດີທິດຊິນ ຈຳນວນ 535 ແກັດ ເທົ່າກັບ 26,750 ແກ້ວ.ເງິນກີບ 1,710,000 ກີບ, ເ 2,700 ບາດ, ລົດກະບະ ຢີຫໍ້ໂຕໂຢຕ້າ ລຸ້ນ ວີໂກ້ ສີປອນ ໝາຍເລກທະບຽນ ສະຫວັນນະເຂດ ກກ 3330.
ຈາກນັ້ນ ຈື່ງໄດ້ນຳຕົວຜູ້ຄ້າຂາຍພ້ອມຂອງກາງຈຳນວນດັ່ງກ່າວເຂົ້າມາ ກອງບັນຊາການ ປກສ ນະຄອນໄກສອນພົມວິ ຫານ. ຕໍ່ກັບຄະດີດັ່ງກ່າວທາງເຈົ້າທີ່ພະແນກໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນ ພອມກຳລັງດຳເນີນຄະດີຕາມຂັ້ນຕອນຂອງກົດໜາຍ ແລະຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການກະທຳຜິດ ຄ້າຂາຍພືດທີ່ໃຫ້ສານເສບຕິດ ມາດຳເນີນຄະດີຕໍ່ໄປ.