ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ບໍ່ແກ້ວ ມອບລົດຈັກ 16 ຄັນ ທີ່ບໍ່ມີເອກະສານ ໃຫ້ຂະແໜງພາສີ ດຳເນີນຕາມຂັ້ນຕອນ

Sep 27, 2024

ວັນທີ 20 ກັນຍາ 2024, ພະແນກຈະລາຈອນ ປກສ ແຂວງ ບໍ່ແກ້ວ ໄດ້ມອບລົດຈັກດັດແປງສະພາບເຕັກນິກ ແລະ ບໍ່ມີເອກະສານ ຈຳນວນ 16 ຄັນ ລວມມີ : ລົດຈັກ ຍີ່ຫໍ້ ຮອນດາເວບ 10 ຄັນ, ຢາມາຮາ 3 ຄັນ, ຄາວາສະກິ 2 ຄັນ ແລະ ຮອນດາ ລີເຊວ300 ຈໍານວນ 1 ຄັນ.
ການມອບ-ຮັບ ໃນຄັ້ງນີ້ ມີ ພັຕ ສົມພອນ ນິນເພັດ ຮອງຫົວໜ້າພະແນກ ຈະລາຈອນ ປກສ ແຂວງ ບໍ່ແກ້ວ ແລະ ທ່ານ ສຸດສະດາ ຫລວງສີໂຍທາ ຮອງຫົວໜ້າຂະແໜງ ພາສີ ປະຈຳແຂວງ ບໍ່ແກ້ວ ເພື່ອນຳໄປດຳເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.