ເຈົ້າໜ້າທີ່ ປກສ ເມືອງປາກງຶ້ມ ໄດ້ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງລະດັບນໍ້າຂອງ ຢູ່ທີ່ຈຸດ 3 ແຍກບ້ານໝາກຮຽວ, ສະເພາະວັນທີ 15 ກັນຍາ 2024 ນີ້, ລະດັບນໍ້າຢູ່ໃນລະດັບປົກ ກະຕິ.
ພັທ ບົວສີ ແກ້ວວິໄລ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໄດ້ນຳກຳລັງຕຳຫຼວດກອງບັນຊາການ ປກສ ເມືອງປາກງື່ມ ລົງຕິດຕາມລະດັບນໍ້າໃນໄລຍະຜ່ານມາ ຈຳນວນ 16 ສະຫາຍ ເພື່ອຕິດຕາມຈຸດປະຕູນໍ້າຫ້ວຍໝາກຮຽວ ເມືອງປາກງື່ມ ຫາ ບ້ານນາລອງ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ຕະຫລອດ 24 ຊົ່ວໂມງ ເພື່ອຕິດຕາມເຝົ້າລະວັງລະດັບນໍ້າຂອງ ແລະ ກະລະບາຍນໍ້າຂອງຈຸດດັ່ງກ່າວ, ເຊິ່ງໃນລະຫວ່າງວັນທີ 14-15 ກັນຍາ 2024 ນີ້ລະດັບນໍ້າຍັງຢູ່ໃນເກນປົກກະຕິ.
ຈຸດລະບາຍນໍ້າຫ້ວຍໝາກຮຽວ ແມ່ນຈຸດທ້າຍນໍ້າ ທີ່ນໍ້າໃນຕົວເມືອງນະຄອນຫຼວງວຽງຈັນ ໄຫຼໄປໂຮມກັນອອກສູ່ແມ່ນໍ້າຂອງ. ປະຈຸບັນ, ເນື່ອງຈາກລະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນກວ່າລະດັບນໍ້າໃນຫ້ວຍຫມາກຮຽວ ປະມານ 2 ແມັດ. ເພື່ອປ້ອງກັນບໍ່ໃຫ້ນໍ້າຍູ້ອັ່ງຖ້ວມຕົວເມືອງນະຄອນຫຼວງວຽງຈັນ ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ໃຊ້ເຄື່ອງຈັກດູດນ້ຳອອກຈາກຫ້ວຍໝາກຮຽວ ສູ່ແມ່ນໍ້າຂອງ ຊຶ່ງຈຸດດັ່ງກ່າວ ໄດ້ນໍາໃຊ້ເຄື່ອງຈັກດູດນໍ້າ ຈຳນວນ 7 ເຄື່ອງ ໂດຍສາມາດດູດປະລິມານນໍ້າໄດ້ທັງໝົດ 136.000 ລິດ/ຊົ່ວໂມງ. ຜ່ານການໃຊ້ເຄື່ອງຈັກດູດນໍ້າ ດັ່ງກ່າວ ແມ່ນສາມາດຮັກສາລະດັບນໍ້າຫ້ວຍໝາກຮຽວ ຢູ່ໃນລະດັບເກນປົກກະຕິ (ລະດັບນໍ້າບໍ່ເພີ່ມຂຶ້ນ).
ພາບ-ຂ່າວ: ສື່ມວນຊົນ ປກສ






