ປກສ ຫລວງນ້ຳທາ ມອບເກັດລິ່ນ ແລະ ເຂົາຄວາຍດຳ ທີ່ເປັນຊິ້ນສ່ວນສັດຫວງຫ້າມ ໃຫ້ກອງກວດກາປ່າໄມ້ ໄປດຳເນີນຄະດີ

ວັນທີ 2 ຕຸລາ 2024, ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຫລວງນ້ຳທາ ໄດ້ມອບຊິ້ນສ່ວນສັດຫວງຫ້າມປະ ກອບມີ: ເກັດລິ່ນ 6 ແກັດ ນ້ຳໜັກ 150.5 ກິໂລກຣາມ, ເຂົາຄວາຍດຳ 2 ແກັດ ນ້ຳໜັກ 39 ກິໂລກຣາມ ແລະ ໂທລະສັບ 1 ໜ່ວຍ ທີ່ຢຶດໄດ້ເມື່ອວັນທີ 24 ກໍລະກົດຜ່ານມາ,ພ້ອມທັງສົ່ງຕົວ ທ້າວ ກອງແກ້ວ ອາຍຸ 31 ປີ ປະຊາຊົນ ຢູ່ບ້ານຜາດຳ ເມືອງເມິງ ແຂວງບໍ່ແກ້ວ ຜູ້ກຳທຳຄວາມຜິດໃຫ້ຂະແໜງກອງກວດກາປ່າໄມ້ ແຂວງຫລວງນ້ຳທານຳໄປດຳເນີນຄະດີຕາມລະບຽບກົດໝາຍ.




