ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ​ ສາມາດມ້າງກຸ່ມສໍ້ໂກງຊັບທາງໂທລະຄົມໄດ້ 9 ຄັ້ງ

Jan 2, 2025

ປີ 2024 ຜ່ານມານີ້, ກອງບັນຊາການ ປກສ ເຂດເສດ ຖະກິດພິເສດສາມຫຼ່ຽມຄໍາ ໄດ້ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຢ່າງເຂັ້ມງວດ ສາ ມາດມ້າງກຸ່ມສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ.
ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ສຳພາດຕໍ່ນັກຂ່າວ ປກສ ໃນໂອກາດມາເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປ້ອງ ກັນຄວາມສະຫງົບປະຈໍາປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມໃນປີ 2025 ໃນວັນທີ 30 ທັນວາ ນີ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກຄະນະນຳກະຊວງປ້ອງກັນ ຄວາມສະຫງົບ ກໍຄືທິດທາງແຜນການຂອງກອງບັນຊາການ ປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳ,​ ໄດ້ວາງແຜນມ້າງອາຊະຍາກຳຕ່າງໆໄດ້ດີພໍສົມຄວນ.
ໃນນັ້ນ, ພົ້ນເດັ່ນແມ່ນໄດ້ມ້າງກຸ່ມຄໍເຊັນເຕີ ສາມາດຈັບ ກຸມເລີກຮື້ ບັນດາຫົວໜ່ວຍ 9 ຄັ້ງ ມີ 267 ຫົວໜ່ວຍ, ໃນນັ້ນມີ 16 ສັນຊາດ; ໃນການມ້າງແຕ່ລະຄັ້ງແມ່ນໄດ້ມີການວາງແຜນກັບກະຊວງ ໂດຍສະເພາະກົມໃຫຍ່ຕຳຫຼວດ,​ ອົງການປົກຄອງເຂດ,​ ຕຳຫຼວດ ສປ​ ຈີນ,​ ສສ ຫວຽດນາມ,​ ສະເພາະຄົນເປົ້າ ໝາຍທີ່ເປັນສັນຊາດຈີນ ແລະ ຫວຽດນາມ ແມ່ນໄດ້ສົມທົບກັບທີມຕຳຫຼວດສອງປະເທດນໍາສົ່ງກັບຄືນປະເທດ, ສ່ວນຄົນສັນຊາດອື່ນໆໃນອາຊຽນ ຫຼື ໃນໂລກ ແມ່ນໄດ້ສົມທົບກັບສະຖານ ທູດ ເພື່ອສົ່ງມອບກັບຄືນປະເທດ, ສຳລັບຄົນລາວໄດ້ຂຶ້ນບັນຊີ ເຮັດບົດບັນທຶກກ່າວເຕືອນ ມອບໃຫ້ຜູ້ປົກຄອງກັບຄືນບ້ານ.
ໃນປີ 2025, ກອງບັນຊາການປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີແຜນການຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະກົມໃຫຍ່ຕຳຫຼວດ ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປຈາກເຂດເສດຖະກິດພິ ເສດສາມຫຼ່ຽມຄຳ. ຕໍ່ກັບບັນຫານີ້ ຕ້ອງໄດ້ຮ່ວມມືກັບຫຼາຍຝ່າຍ ເປັນຕົ້ນສະພາເຂດ, ຄະນະບໍລິຫານ ຄະນະຄຸ້ມຄອງເຂດ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າເພື່ອເຮັດໃຫ້ແຜນການລຸລ່ວງ ແລະ ສຳເລັດເປັນຢ່າງດີ.
ພາບ-ຂ່າວ: ສົມສະໄຫວ