ເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນ ແລະຕ້ານຢາເສບຕິດ, ພະແນກຕໍາຫຼວດ, ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ສົມທົບກັບ ປກສ ກຸ່ມ 5 ໜອງທາ ແລະ ອໍານາດການປົກຄອງບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ເຄື່ອນ ໄຫວກວດກາ ແລະ ແກ້ໄຂເປົ້າໝາຍມົ້ວສຸມນໍ້າກະທ່ອມ ແລະ ຢາ ສູບໄຟຟ້າ ຢູ່ຮ້ານສະນຸກເກີ້ ເຂດບ້ານຫ້ວຍຫົງ ໃນວັນທີ 7 ມັງ ກອນ 2025 ສາມາດກັກຕົວເປົ້າໝາຍມົ້ວສຸມ ແລະ ເຈົ້າຂອງຮ້ານໄດ້ທັງໝົດ 104 ຄົນ ຍິງ 23 ຄົນ ພ້ອມຂອງກາງນໍ້າກະ ທ່ອມ ແລະ ຢາສູບໄຟຟ້າ.
ຫຼັງຈາກນັ້ນ, ໃນວັນທີ 8 ມັງກອນ 2025 ກອງບັນຊາ ການ ປກສ ເມືອງຈັນທະບູລີ ຈຶ່ງໄດ້ນໍາເປົ້າໝາຍຈໍານວນດັ່ງກ່າວມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງ ພັທ ພອນໃຈ ພາມຸງຄຸນ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງ ເຂົ້າຮ່ວມ.
ການສຶກສາອົບຮົມກຸ່ມເປົ້າໝາຍຄັ້ງນີ້, ພັທ ພອນໃຈ ພາມຸງຄຸນ ໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ່ອມ ແລະ ຢາສູບໄຟຟ້າ, ປັດຈຸບັນແມ່ນໄດ້ມີການແຜ່ລາມໃນສັງຄົມຊາວໜຸ່ມ-ໄວໜຸ່ມ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການພັດທະ ນາຊັບພະຍາກອນມະນຸດ ກໍຄື ການພັດທະນາຊາວໜຸ່ມ-ໄວໜຸ່ມ ໃນປະຈຸບັນ ທີ່ຈະເປັນອານາຄົດຂອງຊາດ. ນອກຈາກນີ້, ຍັງເຮັດ ໃຫ້ຊາວໜຸ່ມ-ໄວໜຸ່ມ ຫຼົງມົວເມົາໄປກັບສິ່ງເສບຕິດ, ເຮັດໃຫ້ເສຍ ການຮຽນ-ເສຍອານາຄົດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍ. ທັງນີ້, ເພື່ອແນໃສ່ກຸ່ມເປົ້າໝາຍດັ່ງ ກ່າວ ຮັບຮູ້ໄດ້ເຖິງຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ, ຮູ້ ແລະ ຈຳແນກໄດ້ສິ່ງທີ່ຜິດ, ຖືກ ແລະ ແນວທາງນະໂຍ ບາຍຂອງພັກ-ລັດ.
ພາຍຫຼັງສຶກສາອົບຮົມ, ກ່າວເຕືອນ ແລະ ເຮັດບົດບັນ ທຶກແລ້ວ ທາງເຈົ້າໜ້າທີ່ຈະໄດ້ມອບໃຫ້ຜູ້ປົກຄອງເປັນຜູ້ຕິດ ຕາມຕໍ່ໄປ, ຖ້າຫາກຍັງມີການເຄື່ອນໄຫວພົວພັນກັບສິ່ງທີ່ຜິດ ແລະ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຄືເກົ່າ ທາງເຈົ້າໜ້າທີ່ຈະໄດ້ປະຕິບັດຕາມລະບຽບກົດໝາຍ.
ພາບ-ຂ່າວ: ແກ້ວ ອຸເພັດ



