ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ເມືອງຊຽງຄໍ້ ດຳເນີນຄະດີຕໍ່ຜູ້ມົ້ວສຸມຢາເສບຕິດ.

May 20, 2025

ໃນລະຫວ່າງວັນທີ 15-17 ພຶດສະພາ 2025, ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ແຂວງຫົວພັນ ໄດ້ອອກປະຕິບັດໜ້າທີຢູ່ຕາມສາຍທາງ ເທດສະບານເມືອງ ຊຽງຄໍ້ ໄດ້ພົບເຫັນ ຜູ້ຂັບຂີລົດຈັກຮອນດາເວບ 100 ສີຂາວ ບໍ່ມີປ້າຍທະບຽນ ຂັບຂີ່ຊ້ອນກັນມາ ເຈົ້າໜ້າທີ່ຈຶ່ງໄດ້ກັກລົດເພື່ອກວດຄົ້ນຕົວ ຈື່ງຮູ້ວ່າຜູ້ກ່ຽວຊື່ ທ້າວ ອຸ້ຍ ອາຍຸ 35 ປີ ແລະ ທ້າວ ທາ ອາຍຸ 27 ປີ ປະຊາຊົນຢູ່ບ້ານ ຊຽງຄໍ້ ເມືອງຊຽງຄໍ້ ແຂວງຫົວພັນ ພົບເຫັນ ຂອງກາງຢາບ້າ ຈຳນວນ 52 ເມັດຢູ່ໃນຕົວຂອງທ້າວ ອຸ້ຍ.
ທ້າວ ອຸ້ຍ ສາລະພາບໃນເບື້ອງຕົ້ນກັບເຈົ້າໜ້າທີ່ວ່າ: ຢາເສບ ຕິດຈຳນວນດັ່ງກ່າວແມ່ນຊື້ນຳທ້າວ ຕົ່ງທໍ ບ້ານ ໜອງກ້ຽງ ເມືອງຊຽງຄໍ້ ແລະ ທ້າວຈື່ເກັ່ງເຮີ ບ້ານກົກໄຊ. ເຈົ້າໜ້າທີ່ ໄດ້ນຳກຳລັງໄປສົມທົບກັບອຳນາດການປົກຄອງ ບ້ານເພື່ອເຂົ້າກວດຄົ້ນເຮືອນຂອງທ້າວຕົງທໍ່ ອາຍຸ 42 ປີ ປະຊາ ຊົນບ້ານໜອງກ້ຽງ ຜ່ານການກວດກາໄດ້ພົບເຫັນຂອງກາງປະ ເພດຢາບ້າ ຈຳນວນ 64 ເມັດ, ເຮໂຣອິນ 6 ທໍ່ແປັບນ້ອຍ ແລະ 01 ກ້ອຍນ້ອຍ.
ເຂົ້າກວດຄົ້ນເຮືອນທ້າວ ຈື່ເກັ່ງເຮີ ອາຍຸ 42 ປີ ປະຊາຊົນຢູ່ບ້ານ ກົກໄຊ ເມືອງຊຽງຄໍ້ ພົບຂອງກາງຜະເພດຢາບ້າ ຈຳນວນ 559 ເມັດ.
ໃນວັນດຽວກັນເຈົ້າໜ້າທີ່ຍັງໄດ້ນຳກຳລັງເຂົ້າກວດຄົ້ນເຮືອນຂອງທ້າວ ອີນທອງ ອາຍຸ 72 ປີ ປະຊາຊົນຢູ່ບ້ານ ລຸບ ເມືອງຊຽງຄໍ້ ທີ່ມີການມົ້ວສຸມຢາເສບຕິດຢູ່ເຮືອນຜູ້ກ່ຽວ ຜ່ານການກວດຄົ້ນໄດ້ພົບຂອງກາງ ປະເພດຢາບ້າຈໍານວນ 26 ເມັດເຈົ້າໜ້າທີ່ຈຶ່ງໄດ້ນຳຕົວ ພວກກ່ຽວທັງ 5 ຄົນ ສົ່ງໃຫ້ ປກສ ແຂວງຫົວພັນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ ປກສ ເມືອງຊຽງຄໍ້.