ໃນຄັ້ງວັນທີ 19 ທັນວາ 2024 ຜ່ານມານີ້ ໜ່ວຍງານຄະດີອາຍາ ພະແນກຕຳຫຼວດ ປກສ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມອບລົດຈັກທີ່ຖືກຄົນຮ້າຍລັກໄປ ຈຳນວນ 04 ຄັນຄື: 1. ລົດຈັກເວບ 100 ສີ ແດງດຳ ຍີຫໍ້ ຮອນດາ ຄັນໝາຍເລກທະບຽນ ( ບໍ່ມີປ້າຍ ) 2. ລົດຈັກເວບ100 ສີ ຂຽວດຳ ຍີ່ຫໍ້ ຮອນດາ ປ້າຍທະບຽນ ຈຍ 1408 ຄຳມ່ວນ 3. ລົດຈັກເວບ100 ສີຟ້າດຳ ຍີ່ຫໍ້ ຮອນດ່າ ປ້າຍທະບຽນ ຈຈ 2303 ບໍລິຄຳໄຊ 4. ລົດຈັກເວບຈີນ ສີແດງດໍາ ຍີຫໍ້ KYMOA ຄັນໝາຍເລກທະບຽນ ( ບໍ່ມີປ້າຍ ) ຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍ ທ່ານ ພັທ ບຸນມາ ສຸມີໄຊ ຫົວໜ້າ ພະແນກຕຳຫຼວດ, ກ່າວຮັບໂດຍຕ່າງໜ້າຜູ້ເສຍຫາຍຈຳນວນ 04 ທ່ານ ໂດຍຊ້ອງໜ້າຍາດຕິພີ່ນ້ອງ ແລະ ເຈົ້າໜ້າທີ່ວິຊາສະເພາະເຂົ້າຮ່ວມເປັນສັກຂີພະຍານ
ທີ່ມາ: ວິທະຍາຄານຕໍາຫຼວດປະຊາຊົນ




